ອີຣານປະກາດ​ວ່າ​ ປະລິມານ​ການ​ຜະລິດ​ຂີ​ປະ​ນາ​ວຸດ​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ
2018-03-08 12:10:20  cri 
ວັນ​ທີ 7 ມີນາ​ນີ້, ທ່ານ​ຮາ​ຈີ​ຊາ​ເດ ຜູ້​ບັນຊາການກອງທັບອາກາດກອງ​ກຳລັງປະຕິວັດ​ອິດສະ​ລາມອີຣານກ່າວ​​ໃນ​ເວລາ​ກວດກາ​ຖານ​ທັບ​ອາກາດ​ວ່າ: ການ​ພັດທະນາ​ຂີ​ປະ​ນາ​ວຸດ​ຂອງ​ປະ​ເທດ​ຕົນ​ແມ່ນ​ຜົນ​ປະ​​ໂຫຍ​ດ ​ແລະຄວາມ​ປອດ​ໄພ​ແຫ່ງ​ຊາດ, ສະ​ນັ້ນ, ​ແຜນການ​ນີ້​ຈະ​ບໍ່​ຢຸດຕິ ​ແລະຈະ​ບໍ່​ເຈລະຈາ​ກັບປະ​ເທດ​ໃດທີ່​ກ່ຽວ​ກັບ​ບັນຫາ​ດັ່ງກ່າວຢ່າງ​ເດັດ​ຂາດ.

ທ່ານ​ກ່າວ​ຕື່ມ​ວ່າ: ຈັງຫວະ​ການ​ເຕີບ​ໂຕ​ຂອງ​ການ​ພັດທະນາ​ການ​ປ້ອງ​ກັນຊາດອີຣານ​ເພີ່ມ​ຂຶ້ນ​ຕື່ມ​ອີກ, ປະລິມານ​ການ​ຜະລິດ​ຂີ​ປະ​ນາ​ວຸດ​ເພີ່ມຂຶ້ນ 3 ​ເທົ່າ​ໃນ​​ໄລຍະ​ຜ່ານ​ມາ, ​​ເຈຕະນາ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຢາກ​ກີດ​ຂວາງ​ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນຊາ​ດຂອງ​ປະ​ເທດ​ຕົນກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ທ່ານ​ໄດ້​ຕຳ​ໜິອາ​​ເມ​ລິ​ກາ​ທີ່​ນຳ​ໃຊ້ "ສອງ​ມາ​ດຕະຖານ" ​ໃນ​ການ​ຄົ້ນ​ຄວ້າ ​ແລະ​ພັດທະນາ​ອາວຸດ ​​ໂດຍສືບ​ຕໍ່​ເພີ່ມ​ງົບປະມານພັດທະນາ​ອາວຸດທີ່​ມີ​ອະນຸ​ພາບ​ສູງ, ​​ແຕ່​ພັດກົດ​ດັນ​ໃຫ້​ອີຣານຍົກ​​ເລີກ​ແຜນການ​ຄົ້ນ​ຄວ້າ ​ແລະ​ພັດທະນາ​ຂີ​ປະ​ນາ​ວຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ