ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​​ເລັ່ງ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ໃນ​ລະ​ດັບ​ສູງກວ່າ​ເກົ່າ
2018-03-08 10:40:26  cri 

ວັນ​ທີ 7 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ການຄົ້ນ​ຄວ້າພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງກວາງ​ຕຸ້ງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ຟັງ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຜູ້​ແທນຫຼາຍ​ທ່ານ​ຢ່າງ​ຈິງ​ຈັງ ແລະ ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ແທນ​ທັງຫຼາຍ ໂດຍ​ກ່າວ​ວ່າ, ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ຕ້ອງ​ມີ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ປະ​ດິດ​ສ້າງ​ໃໝ່​ຕ້ອງ​ອາ​ໄສ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ຖ້າ​ຈີນ​ບໍ່​ເດີນ​ຕາມ​ເສັ້ນ​ທາງ​ການພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ຊຸກ​ດັນ​ເກົ່າ​ບໍ່​ສາ​ມາດ​ປ່ຽນ​ມາ​ເປັນ​ກຳ​ລັງ​ຊຸກ​ດັນ​ໃໝ່ໄດ້ ແລະ ຈີນ​ຈະ​ບໍ່​ສາ​ມາດ​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ແທ້​ຈິງ.

ໂອ​ກາດ​ນີ້, ທ່ານ​ໄດ້​ຮຽກ​ຮ້ອງຫຼາຍກວ່າ​ເກົ່າ​ສຳ​ລັບ​ການ​ພັດ​ທະ​ນາ​ໃໝ່​ໃນ​ຍຸກ​ໃໝ່​ຂອງ​ແຂວງກວາງ​ຕຸ້ງ ໂດຍ​ກ່າວ​ວ່າ, ແຂວງກວາງ​ຕຸ້ງ​ຕ້ອງ​ມີ​ສາຍ​ຕາກວ້າງກວ່າ​ເກົ່າ, ມີ​ເປົ້າ​ໝາຍ​ສູງກວ່າ​ເກົ່າ ແລະ ມີ​ມາດ​ຕະ​ການ​ແຂງ​ແຮງກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ເລັ່ງ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ເລັ່ງ​ສ້າງ​ຮູບ​ແບບ​ການ​ຄ້າ​ໃໝ່, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ກຳ​ໂອ​ກາດ​ສ້າງ​ເຂດ​ອ່າວກວາງ​ຕຸ້ງ, ຮົງ​ກົງ ແລະ ມາ​ເກົາ, ຮ່ວມ​ກັບ​ຮົງ​ກົງ​ ແລະ ມາ​ເກົາ​ເລັ່ງ​ລັດ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ ເພື່ອ​ສ້າງ​ເຂດ​ອ່າວ​ທະ​ເລ​ລະ​ດັບ​ໜຶ່ງ​​ສາ​ກົນ ແລະ ​ບັນ​ດາຕົວ​ເມືອງ​ລະ​ດັບ​ໂລກ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ