ຈີນ​ຈະ​ນຳ​ໃຊ້​​ເຮືອນຊົນ​ນະ​ບົດ​ໃຫ້​ດີກວ່າ​ເກົ່າ
2018-03-08 11:01:50  cri 
ກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 7 ມີ​ນາ​ນີ້, ທ່ານ​ຫານ​ສາງ​ຟູ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໂດຍ​ກ່າວ​ວ່າ, ປັດ​ຈຸ​ບັນ, ຊົນ​ນະ​ບົດ​ມີ​ເຮືອນຫຼາຍ​ແຫ່ງ​ບໍ່​ມີ​ຄົນ​ຢູ່, ​ແລ້ວ​ເມື່ອ​ຮອດ​ບຸນ​ກຸດ​ຈີນ​ແລ້ວ​ຈິ່ງມີ​ຄົນ​ກັບ​ໄປ​ສະຫຼອງ​ບຸນ​ກຸດ​ຈີນ​ຢູ່​​ເຮືອນ​ຊານ​ເຫຼົ່າ​ນີ້. ​ເຮືອນ​ເຫຼົ່າ​ນີ້​ຫວ່າງ​ເປັນ​ໄລ​ຍະ​ດົນ​ນານ ຈະ​ເປັນ​ການ​ສິ້ນ​ເປືອງ​ຢ່າງຫຼວງຫຼາຍ. ຂະ​ນະ​ດຽວ​ກັນ, ມີ​ຄົນ​ໃນ​ເມືອງຫຼາຍ​ຄົນ​ໄປ​​ເຮັດ​ທຸລະ​ກິດ​ຢູ່​ຊົນ​ນະ​ບົດ ແລະ ມີ​ຄວາມ​ຕ້ອງ​ການ​ຢາກ​ໃຊ້​ເຮືອນ​ເຫຼົ່າ​ນີ້.

​ທ່ານ​ຫານ​ສາງ​ຟູ້​ຊີ້​ອອກວ່າ, "ເອ​ກະ​ສານ​ເລກ​ໜຶ່ງ" ຂອງ​ປີ​ນີ້​ສະ​ເໜີ​ອອກ​ມາ​ວ່າ ຈະ​ປັບ​ປຸງ​ນະ​ໂຍ​ບາຍ​ກ່ຽວ​ກັບດິນ​ປຸກ​ສ້າງເຮືອນ​ ແລະ ເຮືອນ​ຢູ່ ທີ່​ຫວ່າງ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ໃຫ້​ດີ, ຄົ້ນ​ຄວ້າ "ການ​ຈັດ​ສັນ​ສິດ​ເປັນ​ເຈົ້າ​ຂອງ, ສິດ​​ຄຸນ​ວຸດ​ທິ ແລະ ສິດ​​ນຳ​ໃຊ້" ຂອງດິນ​ປຸກ​ສ້າງເຮືອນ​ ເຊິ່ງ​ຍຶດ​ໝັ້ນ​ໃຫ້​ໃຊ້​ສິດ​ນຳ​ໃຊ້ດິນ​ປຸກ​ສ້າງເຮືອນ​​ຢ່າງ​ຄ່ອງ​ແຄ້ວ ບົນ​ພື້ນ​ຖານ​ໃຫ້​ສິດເປັນ​ເຈົ້າ​ຂອງ​​ດິນ​ປຸກ​ສ້າງເຮືອນ​ເປັນ​ຂອງ​ຮວມ​ໝູ່​ຊາວ​ກະ​ສິ​ກອນ ແລະ ສິດ​ຄຸນ​ວຸດ​ທິ​ເປັນ​ຂອງ​ສະ​ມາ​ຊິກ​ເສດ​ຖະ​ກິດ​ຮວມ​ໝູ່. ໂດຍ​ຜ່ານຫຼາຍ​ວິ​ທີ ເພື່ອ ນຳ​ໃຊ້​​ເຮືອນຊົນ​ນະ​ບົດ​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ