ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ພົບ​ປະ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລາວ
2018-03-08 11:03:32  cri 
ວັນ​ທີ 6 ມີ​ນາ​ນີ້, ທ່ານ​ເສິນ​ສຽວ​ຕຸ່ງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ສົງ​ການ ຫຼວງ​ມູ​ນິນ​ທອນ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລາວ, ຫົວ​ໜ້າ​ກົມ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ລາວ ແລະ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານຊ້າງ-ແມ່​ນ້ຳ​ຂອງ.

ທ່ານ​ເສິນ​ສຽວ​ຕຸ້ງ​ໄດ້​ຕັ້ງ​ໜ້າ​ຕີ​ລາ​ຄາ​ຄວາມ​ຄືບ​ໜ້າ​ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ກ່າວ​ວ່າ, ຈີນ ແລະ ລາວ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ, ຄວນ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້​ງ​ທີ 2 ຢ່າງ​ແທ້​ຈິງ, ສ້າງ​ແລວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້.ທ່ານ​ສົງ​ການ​ກ່າວ​ວ່າ, ລາວໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ກາ​ນ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ ຍິນ​ດີ​ຮ່ວມ​ກັບ​ຈີນ ແລະ ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ນີ້ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຮັບ​ຄວາມ​ຄືບ​ໜ້າຫຼາຍກວ່າ​ເກົ່າ ແລະ ກ້າວ​ຂຶ້​ນ​ສູ່​ລະ​ດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ