ຂໍ້​ລິ​ເລີ່ມ "ຢຸດ​ຕິ​ທັງ​ສອງ​ດ້ານ" ​ຈະສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ໃຫ້​ແກ່​​ສອງ​ເກົາຫຼີ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ
2018-03-08 13:50:23  cri 
ສູນ​ຂ່າວກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີ​ນ​ສະ​ໄໝ​ທີ 13 ໄດ້​ຈັດ​ກອ​ງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 8 ມີ​ນາ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ ສ.ເກົາຫຼີ ​ແລະ ສ​ປ​ປ ເກົາຫຼີ, ທ່ານ​​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ສ.ເກົາຫຼີ ​ແລະ ສ​ປ​ປ ເກົາຫຼີ​ໄດ້​ຫາ​ລື​ແລກ​ປ່ຽນ​ກັນຫຼາຍ​ເທື່ອ​ໃນ​ໂອ​ກາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດີ​ຂຶ້ນ​ເລື້ອຍໆ. ພວກ​ເຮົາ​ສັງ​ເກດ​ເຫັນ​ແລ້ວ​ວ່າ, ສ​ປ​ປ ເກົາຫຼີ​ບໍ່​ໄດ້​ດຳ​ເນີນ​ການ​ທົດ​ລອງ​​ຂີ​ປະ​ນາ​ວຸດ ແລະ ທົດ​ລອງນິວ​ເຄຼຍ​ໃໝ່​ໃນ​ໄລ​ຍະ​ງານ​ກິ​ລາ​ດັ່ງ​ກ່າວ, ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ກໍ​ໄດ້​ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ແນ​ໃສ່ ສ​ປ​ປ ເກົາຫຼີ. ເລື່ອງ​ຈິງ​ຢືນ​ຢັນ​ວ່າ, ຂໍ້​ລິ​ເລີ່ມ "ຢຸດ​ຕິ​ທັງ​ສອງ​ດ້ານ" ທີ່​ຈີນ​ສະ​ເໜີ​ມາ​ນັ້ນ ເປັນ​ວິ​ທີ​ທີ່​ຖືກ​ຕ້ອງ ແລະ​ສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ເໜືອ​ໃຕ້​ປັບ​ປຸງ​ການ​ພົວ​ພັນ​ກັນ.

ປັດ​ຈຸ​ບັນ, ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ໄດ້​ຢ​ວ່າງ​ບາດ​ກ້າວ​ສຳ​ຄັນ​ໄປ​ສູ່​ທິດ​ທາງ​ທີ່​ຖືກ​ຕ້ອງ. ສະ​ນັ້ນ, ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຄວນ​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ທີ່​ຈຳ​ເປັນ ແລະ ມີ​ຜົນ​ປະ​ໂຫຍດ ໂດຍ​ໄວ, ອອກ​ແຮງ​ສຸດ​ຂີດ​ເພື່ອ​ຊຸກ​ຍູ້​ການ​​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ໂດຍ​ສັນ​ຕິ ແລະ ຈີນ​ຈະສືບ​ຕໍ່​ພະ​ຍາ​ຍາມ​ເພື່ອ​ເລື່ອງ​ນີ້ຢ່າງ​ເຕັມ​ທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ