ຈີນ​ຫວັງ​ໃຫ້​ການ​ຈັດ​ສັນ​ການ​ຄ້າ​ເສ​ລີ​ຕ່າງໆ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ສາ​ມາດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ
2018-03-08 14:58:15  cri 
ກອງ​ປະ​ຊຸມ​ເທື່ອ​ທີ​ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ຈັດ​ກອ​ງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 8 ມີ​ນາ​ນີ້, ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ CRI ກ່ຽວ​ກັບ​ມີ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້ຈັດ​ພິ​ທີ​ລົງ​ນາມ​ໃນ​ "ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ຂ້າມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຢ່າງ​ຮອບ​ດ້ານ​ແລະ​ກ້າວ​ໜ້າ" ຫຼື CPTPP ຢູ່​ຈີ​ເລ, ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ​ບໍ່​ໄດ້​ເຂົ້າ​ເປັນ​ປະ​ເທດ​ພາ​ຄີ CPTPP, ແຕ່​ຈີນ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຄ້າ​​ເສ​ລີ​ທີ່​ແຂງ​ແຮງ​ມາ​ໂດຍ​ຕະຫຼອດ ແລະ ກໍ​ແມ່ນ​ຄູ່​ຮ່ວມ​ສຳ​ຄັນ​ໃນ​ການ​ຮ່ວມ​ມື ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ຈີນ​ພວມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ ຫຼື RCEP ເຊິ່ງ​ເປັນ​ການ​ຈັດ​ສັນ​ການ​ຄ້າ​ເສ​ລີ​ທີ່​ປົກ​ຄຸມ​ປະ​ຊາ​ກອນຫຼາຍ​ທີ່​ສຸດ ແລະ ມີ​ສະ​ມາ​ຊິກຫຼາຍ​ທີ່​ສຸດ​ໃນ​ໂລກ. ບໍ່​ວ່າ RCEP ຫຼື CPTPP, ຂໍ​ພຽງ​ແຕ່​ສອດ​ຄ່ອງ​ກັບ​ທິດ​ທາງ​ທີ່​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ເຊື່ອມ​ໂຍງ​ເຂົ້າ​ກັນ, ສອດ​ຄ່ອງ​ກັບຫຼັກ​ການ​ໂປ່ງ​ໃສ, ເປີດ​ປະ​ຕູ ແລະ ກວມ​ລວມ ແລະ ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີ​ທົ່ວ​ໂລກ ທີ່​ຖື​ເອົາອົງ​ການ​ການ​ຄ້າ​ໂລກ ຫຼື WTO ເປັນ​ແກນ​ກາງ, ຈີນ​ລ້ວນ​ແຕ່​ຈະ​ມີ​ທ່າ​ທີ​ທີ່​ຕັ້ງ​ໜ້າ​ຕໍ່​ການ​ຈັດ​ສັນ​ແບບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ