ອົງການສິດທິບັດເອີຣົບ ໄດ້ຢືນຢັນໃນພິທີຖະແຫຼງຂ່າວປະຈຳປີທີ່ຈັດຂຶ້ນຢູ່ນະຄອນບຼູກແຊນ ໃນວັນທີ 7 ມີນານີ້ວ່າ: ການຮ້ອງຂໍສິດທິບັດຈາກຈີນໃນປີຜ່ານມາໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່.
ທັງນີ້ ອົງການສິດທິບັດເອີຣົບຢືນຢັນວ່າ: ປີ 2017, ອົງການສິດທິບັດເອີຣົບໄດ້ຮັບໃບຮ້ອງຂໍສິດທິບັດສາກົນ 166.000 ສະບັບ ເພີ່ມຂຶ້ນ 3,9% ເມື່ອທຽບໃສ່ປີ 2016; ຈີນຮ້ອງຂໍສິດທິບັດບັນລຸເຖິງ 8.330 ລາຍການ ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ປີ 2016, ເຂົ້າແທນສະວິສ ແລະ ກາຍເປັນໜຶ່ງໃນ 5 ປະເທດທຳອິດທີ່ຮ້ອງຂໍສິດທິບັດນຳອົງການສິດທິບັດເອີຣົບຫຼາຍກວ່າໝູ່ເປັນຄັ້ງທຳອິດ ໂດຍຖັດຈາກອາເມລິກາ, ເຢຍລະມັນ, ຍີ່ປຸ່ນ ແລະ ຝຣັ່ງ.
ອົງການສິດທິບັດເອີຣົບຊີ້ໃຫ້ເຫັນວ່າ: ຈີນໄດ້ກາຍເປັນປະເທດທີ່ພັດທະນາແຂງແຮງທີ່ສຸດໃນ 10 ປະເທດທຳອິດທີ່ມີການຮ້ອງຂໍສິດທິບັດຫຼາຍກວ່າໝູ່ຂອງອົງການສິດທິບັດເອີຣົບ ທັງເປັນຜູ້ນຳໜ້າຕໍ່ເນື່ອງໃນການຊຸກຍູ້ການພັດທະນາຂອງອົງການສິດທິບັດເອີຣົບອີກດ້ວຍ.