ຊອກ​ດາ​ນີຈັດ​ງານ​ວັດທະນະທຳ​​ແຂວງ​ເຈີ້​ຈ່ຽງ​ເປັນຄັ້ງທຳ​ອິດ
2018-03-09 16:19:25  cri 

ຕອນ​ເຊົ້າວັນ​ທີ 8 ມີນາ​ນີ້, ຢູ່​ສະໜາມຫຼວງ​ໃຈກາງ​ທ່ອງ​ທ່ຽວ​ເມືອງ​ບູຮານ​ເປຕຣາ ​ ປະ​ເທດ​ຊອກ​ດາ​ນີ ທີ່​ຖືກ​ບັນຈຸ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ເມືອງ​ມໍລະດົກ​ໂລກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ງານ​ວັດທະນະທຳ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​ເປັນຄັ້ງທຳ​ອິດ ​ໂດຍ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດຕ່າງ​ກໍຍ່າງ​ທ່ຽວ​ຫຼິ້ນເພື່ອ​ຮັບ​ຟັງ​ສຽງ​ເປົ່າ​ປີ່ ສຽງ​ດົນຕີ​ຈາກ​ຕາ​ເວັນ​ອອກ. ​ໃນ​ງານ​ດັ່ງກ່າວ, ຄະນະ​ສິລະ​ປິນຈາກ​ຫໍ​ວັດທະນະທຳ​ແຂວງ​ເຈີ້​ຈ່ຽງ ​ໄດ້ຈັດຫຼາຍກິດຈະກຳ ​ເຊັ່ນ "ຫຼິ້ນບຸນ​ກຸດ​ຈີນຢູ່ຊອກດາ​ນີ-ວາງສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ແຂວງ​ເຈີ້​ຈ່ຽງ" ​ແລະ "ງານວາງສະ​ແດງ​ເຄື່ອງ​ຫັດຖະກຳ​ດັ້ງ​ເດີມ​ແຂວງ​ເຈີ້​ຈ່ຽງທີ່​ປະດິດ​ສ້າງ​ໃໝ່".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ