ອາ​ເມ​ລິ​ກາ​ປະກາດ​ວ່າ​ ຈະຂຶ້ນພາສີ​ນຳ​ເຂົ້າ​ຜະລິດ​ຕະພັນເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມຕື່ມ
2018-03-09 15:59:34  cri 
ວັນ​ທີ 8 ມີນາ​ນີ້, ທ່ານ​ໂດ​ນານ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ເຊັນອະນຸມັດ​ທີ່ຈະ​ຂຶ້ນ​ພາສີ​ນຳ​ເຂົ້າ​ຜະລິດ​ຕະພັນເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽມ​ຕື່ມ. ມາດ​ຕະການປົກ​ປ້ອງ​ການ​ຄ້າ​ໃໝ່​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ມີ​ສຽງ​ຄັດຄ້ານ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ ແລະປະຊາຄົມໂລກ.

ທ່ານທຣຳໄດ້ປະກາດຢູ່ທຳນຽບຂາວໃນມື້ດຽວກັນວ່າ: ປະ​ເທດ​ຕົນ​ຈະ​ເກັບ​ພາສີ​ນຳ​​ເຂົ້າເຫຼັກ​ກ້າເຖິງ 25% ​ແລະ​ອາ​ລູມີ​ນຽມ​ເຖິງ 10%. ມາດ​ຕະການ​ດັ່ງກ່າວ​ຈະ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ພາຍຫຼັງ 15 ມື້ທີ່​ໄດ້​ລົງ​ລາຍ​ເຊັນ​ອະນຸມັດ​ເປັນ​ຕົ້ນ​ໄປ.

ນອກຈາກ​ນີ້, ​ເນື່ອງ​ຈາກ​ອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ​ເມັກ​ຊິກ​ກຳລັງ​ເຈ​ລະ​ຈາ​ສັນຍາ​ການ​ຄ້າ​​ເສລີ​​ທະວີບອາ​ເມ​ລິ​ກາ​ເໜືອ​ຄືນ​ໃໝ່, ທ່ານ​ທຣຳກ່າວ​ວ່າ: ປະ​ເທດ​ກາ​ນາ​ດາ ​ແລະ​ເມັກ​ຊິກ​ຈະ​ຖືກຍົກ​ເວັ້ນພາສີ​ທີ່​ກ່ຽວຂ້ອງ​​ຊົ່ວຄາວ. ຂະນະ​ດຽວ​ກັນ, ກຸ່ມ​ເສດ​ຖະກິດ​ອື່ນໆ​ກໍ​ມີ​ໂອກາດ​ຍົກ​ເວັ້ນພາສີ​ດັ່ງກ່າວ ​ແລະອາ​ເມ​ລິ​ກາ​ຈະ​ສົ່ງ​ຜູ້​ແທນ​ການ​ຄ້າ​ຮັບຜິດຊອບ​ການ​ເຈ​ລະ​ຈາ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ