ຕະຫຼາດ​ການ​ເງິນ​ຈີນ​ຈະ​​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ຕື່ມ​ອີກ
2018-03-09 16:14:22  cri 
ວັນ​ທີ 9 ມີນາ​ນີ້, ສູນ​ຂ່າວກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ພາຍ​ໃຕ້​ຫົວ​ຂໍ້ "ການ​ປະຕິ​ຮູບ ​ແລະ​ການ​ພັດທະນາ​​ການ​ເງິນ". ​ເຈົ້າ​ໜ້າ​ທີ່​ທະນາຄານ​ກາງ​​ຈີນ​ໄດ້​ຢືນຢັນ​ວ່າ: ຈີນ​ຈະ​ເປີ​ດປະຕູ​ສູ່​ໂລ​ກພາຍ​ນອກ​ໃນ​ຂົງ​ເຂດ​ການ​​ເງິນ​​ຕື່ມ​ອີກ.

ທ່ານ​ໂຈ່​ວສຽວ​ຊ່ວນ​ແນ​ະນຳ​ວ່າ: ​ໃນ​ໄລຍະ 5 ປີຜ່ານມາ, ຈີນ​ໄດ້​ອອກກົນ​ໄກ​ເຊື່ອມ​ຈອດ​ຕະຫຼາດ​ຫຸ້ນ "ຊຽງ​ໄຮ-ຮົງ​ກົງ", ກົນ​ໄກ​ເຊື່ອມ​ຈອດ​ຕະຫຼາດ​ຫຸ້ນ "​ເຊີ່ນ​​ເຈີ້-ຮົງ​ກົງ" ​ແລະກົນ​ໄກ​ເຊື່ອມ​ຈອດ​ຕະຫຼາດ​ພັນທະບັດ​ແຜ່ນດິນ​ໃຫຍ່​ຈີນ-ຮົງ​ກົງ ​ເຊິ່ງ​ລ້ວນ​ແຕ່ເປັນ​ການ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ໃນ​ຕະຫຼາດ​ການ​​ເງິນ. ຜົນສຳ​ເລັດ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ ຈີນ​ໄດ້​ມີ​ຄວາມ​ກ້າວໜ້າທີ່​ດີ​ໃນ​ດ້ານ​ການ​ແລກປ່ຽນ​ເງິນຕາ.
ທ່ານ​ຢີ້ກ່າງ ຮອງ​ຜູ້​ວ່າການ​ທະນາຄານ​ກາງ​ຈີນ​ກ່າວ​ວ່າ: ການ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ຂອງ​ຕະຫຼາດ​ການ​ເງິນ​ບໍ່​ໝາຍ​ຄວາມ​ວ່າ​ຈະ​ຜ່ອນ​ຍານ​ການ​ຄວບ​ຄຸມ. ​ໂດຍ​ຜ່ານ​ກາ​ນ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ ​ແລະປັບ​ປຸງ​ກົນ​ໄກ​ທີ່​ກ່ຽວຂ້ອງ, ຈຶ່ງ​ສາມາດປ້ອງກັນ ​ແລະ​​ແກ້​ໄຂ​ຄວາມ​ສ່ຽງ​ດ້ານການ​​ເງິນ ​ແລະ​ຮັກສາ​ຄວາມ​ໝັ້ນ​ທ່ຽງຂອງ​ການ​ເງິນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ