ຈີນ​ຈະ​ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ 3 ດ້ານ ເພື່ອ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ
2018-03-09 10:13:02  cri 
ວັນ​ທີ 8 ມີ​ນາ​ນີ້, ທ່ານ​ນາງ​ຫູ​ສິວ​ລ້ຽນ ​ສະ​ມາ​ຊິກສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ປະ​ທານ​ທະ​ນາ​ຄານ​ຂາ​ເຂົ້າ-ຂາ​ອອກ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ປີ​ນີ້, ຈີນ​ຈະ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ສືບ​ຕໍ່​ຊຸກ​ຍູ້​ການ​ຄ້າ​ໃຫ້​ສະ​ດວກ ແລະ ມີ​ເສ​ລີ​ພາບກວ່າເກົ່າ ແລະ​ຊຸກ​ຍູ້​ການ​ລົງ​ທຶນ​ຂ້າມ​ແດນ ເພື່ອ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ.

ທ່ານ​ນາງ​ຫູ​ສິວ​ລ້ຽນ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ CRI ໃນ​ກອງ​ປະ​ຊຸມ​ຂ່າວ​ເທື່ອ​ທີ 2 ຂອງກອງ​ປະ​ຊຸມ​ປະ​ຈຳ​ປີ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໂດຍ​ກ່າວ​ວ່າ, ​ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ທັງ 3 ດ້ານ, ສາ​ມາດ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ເຊື່ອມ​ໂຍງ​ເຂົ້າກັບ​ເສດ​ຖະ​ກິດ​ໂລກ​ດີກວ່າ​ເກົ່າ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ດີກວ່າ​ເກົ່າ ແລະ ມີ​ຄຸນ​ນະ​ພາບກວ່າ​ເກົ່າ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຊັກ​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ ແລະ ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ​​ໃຫ້ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ