ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໃຫ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ​ຢ່າງ​ແທ້​ຈິງ
2018-03-09 11:00:17  cri 

ວັນ​ທີ 8 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ຊານ​ຕຸ່ງ ໂດຍ​ກ່າວ​ວ່າ, ​ການປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ ແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ, ເປັນ​ໜ້າ​ທີ່​ປະ​ຫວັດ​ສາດ​ສຳ​ຄັນ​ທີ່​ສູ້​ຊົນ​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃນ​ໄລ​ຍະ​ສຸດ​ທ້າຍ​ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ ແລະ ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ ແລະ ແມ່ນ​ວິ​ທີ​ລວມ​ເພື່ອ​ຊຸກ​ຍູ້​ວຽກ​ງານ "ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ" ໃຫ້​ດີ​ໃນ​ຍຸກ​ໃໝ່. ຂະ​ແໜງ​ການ​ກະ​ສິ​ກຳ​ເຂັ້ມແຂງຫຼື​ບໍ່, ຊົນ​ນະ​ບົດ​ງາມຫຼື​ບໍ່ ແລະ ຊາວ​ກະ​ສິ​ກອນ​ຮັ່ງ​ມີ​ຫຼື​ບໍ່ ແມ່ນ​ປັດ​ໄຈ​ຕັດ​ສິນ​ຄຸນ​ນະ​ພາບ​ຂອງ​ສັງ​ຄົມ​ອີ່ຫຼຳ​ສຳ​ລານ​ຮອບ​ດ້ານ ແລະ ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ. ຕ້ອງ​ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ​ຢ່າງ​ເລິກ​ເຊິ່ງ ແລະ ປະ​ຕິ​ບັດ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ໃຫ້​ດີ​ຢ່າງ​ແທ້​ຈິງ.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢືນ​ຢັນ​ຜົນງານ​ຂອງ​ແຂວງ​ຊານ​ຕຸ່ງ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ມາ​ນີ້​ຢ່າງ​ເຕັມ​ສ່ວນ ແລະ ຫວັງ​ໃຫ້​ແຂວງ​ຊານ​ຕຸ່ງ​ສູ້​ຊົນ​ກ້າວ​ໜ້າ​ຕໍ່ໆ​ໄປ ເພື່ອ​ຢືນ​ຢູ່​ແຖວ​ໜ້າ​ໃນ​ຂະ​ບວນ​ການ​ສ້າງ​ສັງ​ຄົມ​ອີ່​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ແລະ ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ