ຈີນ​ຈະ​ເລັ່ງ​ໃຫ້​ເງິນຢວນ​ຈີນ​ຫັນ​ເປັນ​ເງິນ​ຕາ​ສາ​ກົນ
2018-03-09 15:26:21  cri 
ວັນ​ທີ 9 ມີ​ນາ​ນີ້, ທ່ານ​ໂຈ່ວ​ສິວ​ຊວນ ຜູ້​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ ທີ່​ເປັນ​ທະ​ນາ​ຄານ​ກາງ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ຈີນ​ຍັງ​ມີ​ຂໍ້​ຈຳ​ກັດ​ບາງ​ດ້ານ​ໃນ​ການ​ຊຸກ​ຍູ້​ໃຫ້ແລກ​ປ່ຽນ​ໂຄງ​ການ​ເງິນ​ທຶນ​ເງິນ​ຢວນ​ຈີນ​ຢ່າງ​ໜັກ​ແໜ້ນ ແລະ ຄ່ອຍ​ເປັນ​ຄ່ອຍ​ໄປ, ແຕ່​ຂໍ້​ຈຳ​ກັດ​ເຫຼົ່າ​ນີ້​ຈະ​ຖືກ​ຍົກ​ເລີກ​ເທື່ອ​ລະ​ກ້າວ. ພາຍຫຼັງ​ຍົກ​ເລີກ​ແລ້ວ, ເງິນຢວນ​ຈີນ​ຈະ​ຫັນ​ເປັນ​ເງິນ​ຕາ​ສາ​ກົນ​ເທື່ອ​ລະ​ກ້າວ.

ທ່ານ​ໂຈ່ວ​ສິວ​ຊວນ​​ກ່າວໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີ​ນ​ສະ​ໄໝ​ທີ 13. ທ່ານ​ກ່າວ​ຕື່ມ​ວ່າ, ຜູ້​ເຂົ້າ​ຮ່ວມ​ໃນ​ຕະຫຼາດ​ຈະ​ຍິນ​ດີ​ໃຊ້​ເງິນ​ຢວນ​ຈີນ​ດຳ​ເນີນ​ການ​ຊຳ​ລະ​ບັນ​ຊີ ແລະ ລົງ​ທຶນຫຼາຍ​ເທົ່າ​ໃດ ແລະ ການ​ຄິດ​ໄລ່​ລາ​ຄາ​ທຶນ ເຊິ່ງ​ລວມ​ທັງ​ສິນ​ຄ້າ​ສຳ​ຄັນ ແລະ ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຈະ​ໃຊ້​ເງິນຢວນ​ຈີນ​ມາ​ຄິດ​ໄລ່​ລາ​ຄາຫຼາຍ​ເທົ່າ​ໃດ, ທັງ​ນີ້​ຈະ​ເປັນ​ຂະ​ບວນ​ການ​​ທີ່ຍາວ​ນານ, ໃຜ​ກໍ​ບໍ່​ສາ​ມາດ​ບັງ​ຄັບ​ຄົນ​ອື່ນ​ໄດ້, ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ຈະພິ​ຈາ​ລະ​ນາ​ບັນ​ຫາ​ເຫຼົ່າ​ນີ້​ດ້ວຍ​ຄວາມ​ເຂົ້າ​ໃຈ​ຂອງ​ຕົນ. ສະ​ນັ້ນ, ການ​ຫັນ​ເງິນຢວນ​ຈີນ​ເປັນ​ເງິນ​ຕາ​ສາ​ກົນ​ຈະ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ