ຄ​ະ​ນະ​ປະ​ທານກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພ​າ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈັດ​ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 2
2018-03-09 16:23:43  cri 
ຄ​ະ​ນະ​ປະ​ທານກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພ​າ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ຈັດ​ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 2 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 8 ມີ​ນາ​ນີ້.

ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮ່າງ​ລັດ​ຖະ​ທຳ​ມະ​ນູນສະ​ບັບ​ປັບ​ປຸງ​ຂອງ​ທ່ານ​ເສິນ​ຊຸນ​ຢ້າວ ຫົວ​ໜ້າ​ໜ່ວຍ​ງານ​ຮ່າງ​ກົດ​ໝາຍກອງ​ເລ​ຂາກອງ​ປະ​ຊຸມ. ກອງ​ປະ​ຊຸມ​ໄດ້​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຕົກ​ລົງ​ມອບ​ບົດ​ລາຍ​ງານ​ຂອງ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ ແລະ ຂໍ້​ດັດ​ແກ້​ກ່ຽວ​ກັບ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ໃຫ້​ຄະ​ນະ​ຜູ້​ແທນ​ຕ່າງໆໄປ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ