ທ່ານທ​ຣຳ​ເຫັນ​ດີ​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​ອຸນ​ກ່ອນ​ເດືອນ​ພຶດ​ສະ​ພາ
2018-03-09 16:29:36  cri 
    ວັນ​ທີ 8 ມີ​ນານີ້, ທ່ານ ຈູງ​ອຸຍ​ຢົງ ຫົວ​ໜ້າ​ຫ້ອງ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຊົງ​ວາ​ເດ​ສ.ເກົາຫຼີ​ທີ່​ພວມ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ກ່າວ​ວ່າ, ທ່ານ ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ ໄດ້​ຝາກ​ໃຫ້​ສ.ເກົາຫຼີ ແຈ້ງ​ເຈ​ຕະ​ນາ​ຂອງ​ຕົນ​ທີ່​ຫວັງ​ຢາກ​ພົບ​ປະ​ກັບ​ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໂດຍ​ໄວ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຊາບ ແລະ​ທ່ານ ທ​ຣຳ ກໍ​ໄດ້​ເຫັນ​ດີ​​ທີ່​ຈະ​ພົບ​ປະ​ກັບ​ທ່ານ ກິມ​ເຈິງ​ອຸນ ກ່ອນ​ເດືອນ​ພຶດ​ສະ​ພາ​ປີນີ້.

    ທ່ານ ຈູງ​ອຸຍ​ຢົງ ໄດ້​ແຈ້ງ​ໃຫ້​ສື່ມວນ​ຊົນ​ຊາບ ຫຼັງ​ຈາກ​ແຈ້ງ​ສະ​ພາບ​ການ​​ທີ່ຄະ​ນະ​ທູດ​ພິ​ເສດ​ສ.ເກົາຫຼີ​ຢ້ຽມ​ຢາມ​ສ​ປ​ປ​ເກົາຫຼີ​ກ່ອນ​ໜ້ານີ້​ບໍ່​ດົນ​ໃຫ້​ທ່ານ​ທ​ຣຳ​ຊາບ​ຢູ່​ທຳ​ນຽບ​ຂາວ. ທ່ານ​ກ່າວ​ຕື່ມ​ວ່າ, ຕົນ​ເອງ​ໄດ້​ແຈ້ງ​ໃຫ້​ທ່ານ​ທ​ຣຳ​​ຊາບວ່າ, ໃນ​ເວ​ລາ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ຄະ​ນະ​ທູດ​ພິ​ເສດ​ສ.ເກົາຫຼີ, ທ່ານ ກິມ​ເຈິງ​ອຸນ​ໄດ້​ກ່າວ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສ​ປ​ປ​ເກົາຫຼີ​ກ່ຽວ​ກັບ​ການ​ປອດ​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ແຫຼມ​ເກົາຫຼີ​ແລະຫຼີກ​ລ້ຽງ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ແລ​ະ​ການ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຕື່ມ​ອີກ.

    ນັບ​ແຕ່​ວັນ​ທີ 5-6 ມີ​ນານີ້, ທ່ານ ມູນ​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາຫຼີ ໄດ້​ແຕ່ງ​ຕັ້ງ​ທ່ານ ຈູງ​ອຸ​ຍ​ຢົງ ນຳ​ພາ​ຄະ​ນະ​ທູດ​ພິ​ເສດ​ໄປ​ຢ້ຽມ​ຢາມ​ສ​ປ​ປ​ເກົາຫຼີ ເພື່ອ​ຕອບ​ຮັບ​ທີ່​ທ່ານ​ ກິມ​ເຈິງ​ອຸນ ທີ່​ໄດ້​ສົ່ງ​ທູດ​ພິ​ເສດ​ໄປ​ຢ້ຽມ​ຢາມ​ສ.ເກົາ​ຫຼີ​ໃນ​ໂອ​ກາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ