ທີ່​ປຶກ​ສາ​ຮອງ​ນາ​ຍົກ​ໄທ​ກ່າ​ວ​ວ່າ​ຈີນ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ
2018-03-10 14:28:53  cri 
ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ໄພ​ສານ ພືດ​ມົງ​​ຄົນ ທີ່​ປຶກ​ສາ​ຮອງນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ​ໄທ,ຮອງ​ປະ​ທານ​ສະ​ມາ​ຄົມ​ວັດ​ທະ​ນະ​ທຳ​ເສດ​ຖະ​ກິດ​ໄທ-ຈີນ​ຢືນ​ຢັນ​ວ່າ ການ​ທີ່​ຈີນ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ຈະ​ມີ​ຄວາມ​ໝາຍ​ສຳ​ຄັນຫຼາຍ​ຕໍ່​ກາ​ນ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ຈີນ.

ໃນ​ຖາ​ນະ​ເປັນ​ຊ່ຽວ​ຊານ​ທີ່​ມີ​ຊື່​ສຽງ​ຂອງ​ໄທ​ໃນ​ການ​ຄົ້ນ​ຄວ້າ​ຈີນ​ແລະ​ປະ​ຫວັດ​ສາດ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ໄພ​ສານ ພືດ​ມົງ​ຄົນ ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ໂຄງ​ປະ​ກອບ​ການ​ເມືອງ​ຂອງ​ຈີນ. ທ່ານ​ເຫັນ​ວ່າ: ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​​ໃນ​ປີ​ນີ້ມີ​ຄວາມ​ສຳ​ຄັນຫຼາຍ ເຊິ່ງ​ຄວາມ​ໝາຍ​ກໍ​ຢູ່​ໃນ​ບ່ອນ​ວ່າ ຜ່ານ​ຂັ້ນ​ຕອນ​ກົດ​ໝາຍ​ເຮັດ​ໃຫ້​ຈຸດ​ຢືນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຫັນ​ເປັນ​ຄວາມ​ມຸ້ງ​ຫວັງ​ຂອງ​ຊາດ, ເຮັດ​ໃຫ້​ຜົນ​ສຳ​ເລັດ​ທຸກ​ຢ່າງ​ໃນ​ພຶດ​ຕິ​ກຳ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຍົກ​ລະ​ດັບ​ຂຶ້ນ​ເປັນ​ມາດ​ຕາ​ຂອງ​ລັດ​ຖະ​ທຳ​ມະ​ນູນ.

ທ່ານ​ໄພ​ສານ ພືດມົງ​ຄົນ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ຍິ່ງ​ຕໍ່​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​ທີ່​ໄດ້​ເພີ່ມ​ເນື້ອ​ໃນ​ກ່ຽວ​ກັບ ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ ໂດຍ​ເຫັນ​ວ່າ ການ​ປັບ​ປຸງ​ດັ່ງ​ກ່າວ​ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ກ້າວ​ໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ. ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​ຈີນ​ກ້າວ​ຂຶ້ນ​ສູ່​ແຖວ​ໜ້າ​ຂອງ​ໂລກ​ແລະ​ມຸ້ງ​ໜ້າ​ໄປ​ສູ່​ຍຸກ​ໃໝ່. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຜູກ​ພັນ​ປະ​ຊາ​ຊົນ​ທະ​ວີບ​ຕ່າງໆ​ໃນ​ໂລກ. ນອກ​ນີ້, ຈີນ​ຍັງ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ແກນ​ກາງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ,ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ແລະ​ອົງ​ການ​ອື່ນໆ. ຈີນ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ແລະ​ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ. ດ້ວຍ​ເຫດ​ນີ້, ລັດ​ຖະ​ທຳ​ມະ​ນູນ​ກໍ​ຄວນ​ກ້າວໜ້າໄປພ້ອມ​ຍຸກ​ສະ​ໄໝ​ໂດຍ​ມີ​ການ​ປັບ​ປຸງ​ໄປ​ພ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ