ຈີນ​ກຳ​ລັງ​ສ້າງ​ແຜນ​ງານ​ສາມ​ປີ​ເພື່ອ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ບັ້ນ​ຮົບ​ຮັກ​ສາ​ຄຸນ​ນະ​ພາບ​ອາ​ກາດ​ຮ​ອດ​ປີ 2020
2018-03-10 14:30:15  cri 
ວັນ​ທີ 10 ມີ​ນາ​ນີ້, ທ່ານຮວງ​ຢຸ້ນ​ຊິ່ວ ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ຈີນ​ກຳ​ລັງ​ສ້າງ​ແຜນ​ການ​ດຳ​ເນີນ​ງານ​ສາມ​ປີເພື່ອ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ບັ້ນ​ຮົບ​ຮັກ​ສາ​ຄຸນ​ນະ​ພາບ​ອາ​ກາດ​ຮອດ​ປີ 2020.

ທ່ານ​​ຮວງ​ຢຸ້ນ​ຊິວ​ຢືນ​ຢັນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ,ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ອາ​ກາດ ເຊິ່ງ​ເຮັດ​ໃຫ້​ຄຸນ​ນະ​ພາບ​ອາ​ກາດ​ດີ​ຂຶ້ນ. ແຕ່​ໃນ​ປັດ​ຈຸ​ບັນ, ໃນ​ຕົວ​ເມືອງ​ໃຫຍ່ 338 ​ເມືອງ​ໃນ​ທົ່ວ​ປະ​ເທດ, ຕົວ​ເມືອງ​ທີ່​ຄຸ​ນ​ນະ​ພາບ​ອາ​ກາດ​ໄດ້​ມາດ​ຕະ​ຖານ​ນັ້ນ​ຍັງ​ບໍ່​ຮອດ 1/3, ການ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ມິດ​ທາງ​ອາ​ກາດ​ຍັງ​ຄົງ​ເປັນ​ໜ້າ​ທີ່​ສຳ​ຄັນ​ທີ່​ຕ້ອງ​ພະ​ຍາ​ຍາມ​ຢ່າງ​ຍາວ​ນານ​ອີກ.

ທ່ານ​​ຮວງ​ຢຸ້ນ​ຊິ່ວ​ກ່າວ​ຕື່ມ​ວ່າ: ຂໍ​ກະ​ແຈ​ຂອງ​ການ​ຄຸ້ມ​ຄອງ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ອາ​ກາດ​ແມ່ນ​ຢູ່​ນຳ​ການ​ປັບ​ປຸງ​​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ,ອົງ​ປະ​ກອບ​ພະ​ລັງ​ງານ​ແລະ​ອົງ​ປະ​ກອບ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃຫ້​ດີ​ຂຶ້ນ. ບັນ​ຫາ​ມົນ​ລະ​ພິດ​ທາງ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ມີ​ຄວາມ​ໜັກ​ໜ່ວງຫຼາຍ​, ກົກ​ເຄົ້າ​ຍັງ​ຄົງ​ແມ່ນ​ການ​ລະ​ບາຍ​ມົນ​ລະ​ພິດ ສ່ວນ​ການ​ລະ​ບາຍ​ແມ່ນ​​ເກີດ​ຂຶ້ນຈາກອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ. ຖ້າ​ຫາກ​ບໍ່​ປັບ​ປຸງ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ຈາກ​ຂັ້ນ​ພື້ນ​ຖານ, ການ​ແກ້​ໄຂ​ມົນ​ລະ​ພິດ​ທາງ​ອາ​ກາດ​ຈາກ​ຂັ້ນ​ພື້ນ​ຖານ​ຈະ​ບໍ່​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ແຕ່​ຢ່າງ​ໃດ. ຂະ​ນະ​ດຽວ​ກັນ, ຈີນ​ຍັງ​ຄວນ​ປ່ຽນ​ແປງ​ອົງ​ປະ​ກອບ​ພະ​ລັງ​ງານ​ທີ່​ຖ່ານ​ຫີນກວມ​ອັດ​ຕາ​ສ່ວນຫຼາຍ​,ຄວນ​ຍຶດ​ໝັ້ນຫຼຸດ​ຍອດ​ປະ​ລິ​ມານ​ການ​ບໍ​ລິ​ໂພກ​ຖ່ານ​ຫີນ​ຂອງ​ເຂດ​ສຳ​ຄັນ​ໃຫ້​ໜ້ອຍ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ