ສປ ຈີນໃຫ້ການຊ່ວຍເຫຼືອໂຮງໝໍມະໂຫສົດຫຼັງໃໝ່ແກ່ລັດຖະບານ ສປປ ລາວ
2018-03-10 15:24:13  cri 

ເພື່ອຊຸກຍູ້ແລະປັບປຸງວຽກງານຂອງກະຊວງສາທາລະນະສຸກໃຫ້ມີປະສິດທິພາບກວ່າເກົ່າ,ກະຊວງສາທາລະນະສຸກລາວໄດ້ຈັດພິທີເຊັນສັນຍາລະຫວ່າງລັດ ຖະບານ ສປ ຈີນ ແລະ ລັດຖະບານ ສປປ ລາວຂຶ້ນໃນຕອນບ່າຍວັນທີ 9 ມີນາ 2018ນີ້, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໂດຍຕາງໜ້າຝ່າຍລາວທ່ານດຣ.ເນົາ ບຸດຕາ ຫົວໜ້າຫ້ອງການກະຊວງສາທາລະນະສຸກແລະຕາງໜ້າຝ່າຍຈີນທ່ານຫວາງຊີຫຸ່ຍ ທີ່ປຶກສາເສດຖະກິດການຄ້າສະຖານທູດຈີນປະຈຳລາວ, ພ້ອມດ້ວຍຜູ່ອໍານວຍການໃຫຍ່ໂຮງໝໍມະໂຫສົດ ແລະບັນດາພາກສ່ວນກ່ຽວຂ້ອງທັງຝ່າຍລາວແລະຈີນເຂົ້າຮ່ວມເປັນພິຍານ.

ທ່ານ ຫວາງ ຊີຫຸ່ຍທີ່ປຶກສາເສດຖະກິດການຄ້າ ສະຖານທູດຈີນປະຈຳລາວ ກ່າວວ່າ:ຜ່ານຄວາມພະຍາຍາມຂອງທັງສອງຝ່າຍໂຄງການດັ່ງກ່າວກໍຈະສໍາເລັດຕາມເວລາທີ່ໄດ້ກໍານົດໄວ້.ຝ່າຍຈີນຍິນດີຈະປະກອບ​ອຸ​ປະ​ການມືທີ່ທັນສະໄໝທີ່ສຸດໃຫ້ແກ່ຝ່າຍລາວ.ຝ່າຍຈີນຍິນດີໃຫ້ການຊ່ວຍເຫຼືອພັດທະນາບຸກຄະລາກອນໂຮງໝໍ ມະໂຫສົດ ແລະ ໂຮງໝໍແຫ່ງອື່ນໆຂອງສປປລາວ ທັງໃນໄລຍະສັ້ນ ແລະ ໄລຍະຍາວ, ເພື່ອໃຫ້ການບໍລິຫານ ແລະ ຄຸ້ມຄອງໂຮງໝໍຫຼັງໃໝ່ກາຍເປັນໂຮງໝໍທີ່ທັນສະໄໝທີ່ສຸດໃນສປປລາວ. ນອກນັ້ນ, ລັດຖະບານສປຈີນຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອໃຫ້ແກ່ໂຮງໝໍທີ່ຢູ່ພາກໃຕ້ຂອງ ລາວນໍາອີກ.

ທ່ານ ພູທອນເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ເພື່ອເຮັດໃຫ້ໂຮງໝໍຫຼັງໃໝ່ກາຍເປັນໂຮງໝໍທີ່ທັນສະໄໝໄປພ້ອມໆນັ້ນ, ຈະໄດ້ເລີ່ມປະຕິຮູບທາງດ້ານບຸກຄະລາກອນ, ການເງິນ, ການບໍລິຫານ, ການປະຕິຮູບດ້ານລະບົບຂໍ້ມູນຂ່າວສານທີ່ທັນສະໄໝການບໍລິການການລົງບຽນ ຄົນເຈັບ,ການກວດກາຄົນເຈັບໂດຍຜ່ານລະບົບໄອທີທີ່ທັນສະໄໝທີ່ສຸດເພື່ອໃຫ້ຄົນລາວຫັນມາຊົມໃຊ້ການບໍລິການການປິ່ນປົວຢູ່ ສປປ ລາວຫຼາຍຂຶ້ນກວ່າເກົ່າ.

ອີງຕາມການແລກປ່ຽນລະຫວ່າງລັດຖະບານສປ ຈີນ ແລະ ລັດຖະບານ ສປປ ລາວ ທີ່ໄດ້ເຊັນກັນຄັ້ງວັນທີ 16 ພຶດ​ສະພາ 2017 ວ່າດ້ວຍ: ລັດຖະບານຈີນເຫັນດີໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍມະໂຫສົດທີ່ໄດ້ ຮັບການຊ່ວຍເຫຼືອລ້າຈາກລັດຖະບານສປຈີນ,ໂດຍແມ່ນບໍລິສັດທີ່ປຶກສາອອກ ແບບການ ແລະຕິດຕັ້ງການກໍ່ສ້າງແມ່ນບໍລິສັດ ZHONGYUAN International Engineering Limited ແລະ ບໍລິສັດ Jinxing International Engineering Management Limited ເປັນຜູ້ຮັບເໝົາ ເຊິ່ງມີເນື້ອທີ່ການປຸກສ້າງລວມປະມານ 54.000ຕາແມັດ ຕັ້ງຢູ່ສະຖານທີ່ເດີມ, ສາມາດຕອບສະໜອງຕຽງນອນໄດ້ 600 ຕຽງ, ຂະໜາດລວງສູງຂອງອາຄານ8 ຊັ້ນສໍາລັບຕຶກນອນປິ່ນປົວ, ເປັນໂຮງໝໍທັນສະໄໝ ທີ່ນໍາໃຊ້ລະບົບດີຈີຕອນໃນການຄຸ້ມຄອງແລະ ບໍລິການລວມມີ: ພາກສ່ວນສຸກເສີນ, ພາກສ່ວນກວດເຂດນອກ, ພາກສ່ວນນອນຄົນເຈັບ,ຫ້ອງປະຕິບັດການຝ່າຍການແພດ, ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ແລະ ຕຶກອາຄານບໍລິຫານ, ລະບົບສະໜັບສະໜູນແລະ ບູລະນະຮັກສາ. ນອກຈາກນີ້, ບໍລິເວນດາດຟ້າສາມາດຈອດເຮລີກອບແຕໃນກໍລະນີເຄື່ອນຍ້າຍຄົນເຈັບແລະ ອອກແບບຊັ້ນໄຕ້ດິນສໍາລັບເປັນສະຖານທີ່ຈອດລົດ.ໂຄງການດັ່ງກ່າວແມ່ນຈະໄດ້ລົງມືກໍ່ສ້າງກ່ອນວັນທີ31 ຕຸລາ 2018 ໄລຍະການກໍ່ສ້າງ 36 ເດືອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ