ປະ​ທານຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​​ວາງ​ແຜນ​ຄອບ​ຄົວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປີ 2017, 1,85 ລ້ານ​ຄອບ​ຄົວ​ທີ່​ທຸກ​ຍາກ​ຍ້ອນ​ພະ​ຍາດ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ
2018-03-10 15:38:34  cri 

ວັນ​ທີ 9 ມີ​ນາ​ນີ້, ທ່ານ​ນາງ​ຫຼີ​ບິ່ນ ​ປະ​ທານ​ຄ​ະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ວາງ​ແຜນ​ຄອບ​ຄົວ​ແຫ່ງ​ຊາດ​ຈີນ​​ໃຫ້​ຮູ້ວ່າ, ການ​ຊ່ອຍ​ຄົນ​ທຸກ​ຍາກ​ທາງ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ໄດ້​ຜົນ​ສຳ​ເລັດ​ອັນ​ຕັ້ງ​ໜ້າ, ​ມາ​ຮອດ​ທ້າຍ​ປີ 2017 ຜ່​ານ​ມາ, ໄດ້​ປິ່ນ​ປົວ​ຄົນ​ທຸກ​ຍາກ​ທີ່​ເປັນ​ພະ​ຍາດ 4 ລ້ານ 2 ແສນກວ່າ​ຄົນແລະ​ໃນປີ2017, ມີ 1​ລ້ານ 8 ແສນ 5 ໝື່ນ​ຄອບ​ຄົວ​ທີ່​ທຸກ​ຍາກ​ຍ້ອນ​ພະ​ຍາດ​​​ໄດ້​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ.

ທ່ານ​ນາງ​ຫຼີ​ບິ່ນ​ກ່າວ​ວ່າ, ໂດຍ​ຜ່ານ​ມາດ​ຕະ​ການ​ຕ່າງໆ, ປີ 2017 ​ຜ່ານ​ມາ, ​ອັດ​ຕາ​ສ່ວນ​ຄ່າ​ປິ່ນ​ປົວທີ່ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຕ້ອງ​ໃຊ້​ຈ່າຍ​ໂດຍ​ຕົນ​ເອງ​ນັ້ນ​ໄດ້​ຫຼຸດ​ລົງ​ຮອດປະ​ມານ 20%.

 ທ່ານ​ນາງ​ຫຼີ​ບິ່ນ​ກ່າວ​ຕື່ມ​ວ່າ, ການ​ຊ່ອຍ​ຄົນ​ທຸກ​ຍາກ​ທາງ​ສາ​ທາ​ລະ​ນະ​ສຸກ​ແມ່ນ​ໜ້າ​ທີ່​ໄລ​ຍະ​ຍາວ, ​ໃນ​ບາດ​ກ້າວ​ຕໍ່​ໄປຈະ​ປັບ​ປຸງ​ເຄືອ​ຂ່າຍ​ຮັບ​ປະ​ກັນ​ການ​ປິ່ນ​ປົວ​​ໃຫ້​ດີ​ຂຶ້ນຕື່ມ​ອີກ, ສ້າງ​ກົນ​ໄກ​ໄລ​ຍະ​ຍາວ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ກັບ​ຄືນ​ຄວາມ​ທຸກ​ຍາກ​ຍ້ອນ​ພະ​ຍາດ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ໃຫ້​ບຸ​ລິ​ມະ​ສຸດ​ໃນາກນ​ສະ​ໜັບ​ສະ​ໜູນ​ປະ​ຊາ​ກອນ​ທຸກ​ຍາກ. ປີ​ນີ້, ມາດ​ຕະ​ຖານ​ອຸດ​ໜູນ​ທາງ​ການ​ເງິນ​ຂອງ​ການ​ປະ​ກັນ​ໄພ​ການ​ປິ່ນ​ປົວ​ຂອງ​ຊາວ​ເມືອງ​ຈີນ​ຈະ​ເພີ່ມ​ຂຶ້ນ 40 ຢວນ​ຕໍ່​ຄົນ, ໃນ​ນັ້ນ​​​ເຄິ່ງ​ໜຶ່ງຈະ​ໃຊ້​ໃນ​ການ​ປະ​ກັນ​ໄພ​ພະ​ຍາດ​ຮ້າຍ​ແຮງ. ການ​ເງິນ​ສູນ​ກາງ​ຈີນ​ຈະ​ໃຊ້​ງົບ​ປະ​ມານ 22 ​ຕື້ 100 ລ້ານກວ່າ​ຢວນ​ໃຊ້​ໃນ​ການ​ຊ່ອຍ​ເຫຼືອ​ການ​ປິ່ນ​ປົວ​ໂດຍ​ສະ​ເພາະ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ