ທ່ານ​ທຣຳກ່າວ​ວ່າ ກຳລັງວາງ​ແຜນການ​ພົບ​ປະ​ກັບ​ທ່ານກິມ​ເຈິ​ງອຸນ
2018-03-10 15:46:09  cri 
ວັນ​ທີ 8 ມີນາ​ນີ້, ທ່ານ​ໂດ​ນານ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວຜ່ານ​ສື່​ສັງຄົມ​ອອນ​ໄລ​ວ່າ: ທ່ານ​ກຳລັງ​ວາງແຜນການທີ່​ຈະ​ພົບ​ປະ​ກັບ​ທ່ານກິ​ມ​​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ ສປປ ​ເກົາຫຼີ. ທ່ານ​ກ່າວ​ຕື່ມ​ວ່າ: ບັນຫາ​ແຫຼມ​ເກົາຫຼີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ໃຫຍ່​ຫຼວງ. ຂະ​ນະ​ດຽວ​ກັນ, ອາ​​ເມ​ລິ​ກາ​ຈະ​ສືບ​ຕໍ່​ຂວ້ຳ​ບາດ ສປປ ​ເກົາຫຼີ​ຈົນ​ຮອດ​ການ​ເຊັນ​ສັນຍາ​.

ທ່ານຊັງ​ເດີ​ສ ​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ: ​ເວລາ ​ແລະສະຖານ​ທີ່​ຂອງການ​ພົບ​ປະ​ລະຫວ່າງທ່ານ​ທຣຳ ​ແລະ​ທ່ານກິມ​ເຈິ​ງອຸນ​ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ເທື່ອ, ​ການ​ຂວ້ຳ​ບາດ ​ແລະ​ນະ​ໂຍບາຍ "ສ້າງຄວາມກົດ​ດັນ" ຕໍ່ ສປປ ​ເກົາຫຼີ​ຕ້ອງ​​ໄດ້ປະຕິບັດ​ຕໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ