ທ່ານສີ​ຈິ້ນ​ຜິ​ງ​ໄດ້ສົນທະນາ​ຜ່ານ​ທາງໂທລະ​ສັບ​ກັບປ​ະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ
2018-03-10 16:40:30  cri 
ວັນ​ທີ 9 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຮັບ​ໂທລະສັບຂອງ​ທ່ານ​​ໂດ​ນານ​ ທຣຳ ປະທານາທິບໍດີ​ອາ​ເທ​ລິ​ກາ​ ​ເພື່ອແລກປ່ຽນ​ຄຳ​ຄິດ​ເຫັນ​​ກ່ຽວ​ກັບ​ສະພາບ​ການ​ແຫຼມ​ເກົາ​ຫຼີ ​ແລະ​ສາຍ​ພົວພັນສອງ​ປະ​ເທດ.

ທ່ານ​ທຣຳກ່າວ​ວ່າ: ​ໃນ​ມໍ່ໆ​ມາ​ນີ້, ບັນຫາ​ນິວ​ເຄຼຍ​ແຫຼມເກົາຫຼີ​ໄດ້ຮັບຄວາມ​ຄືບ​ໜ້າທີ່​ຕັ້ງໜ້າ, ສປປ ​ເກົາ​ຫຼີ​ໄດ້​ມີທ່າ​ທີຢ່າງ​ຕັ້ງໜ້າ, ການ​ທີ່ປະ​ເທດ​ຕົນ ​ແລະ ສປປ ​ເກົາຫຼີ​ສາມາດຈັດການ​ພົບ​ປະລະ​ດັບ​ສູງ​ນັ້ນຈະມີ​ຜົນ​ດີ​ຕໍ່ຝ່າຍ​ຕ່າງໆ, ຫວັງ​ວ່າ​ບັນຫາ​ນິວ​ເຄຼຍ​ແຫຼມເກົາ​ຫຼີສາມາດ​ແກ້​ໄຂ​ໂດຍ​ສັນຕິ​ໃນ​ທີ່​ສຸດ. ປະ​ເທດ​ຕົນ​ຂອບ​ໃຈ​ຫຼາຍ ​ແລະ​ເອົາ​ໃຈ​ໃສ່​ສູງ​ຕໍ່​ບົດບາດ​ທີ່​ສຳຄັນ​ຂອງ​ຈີນ​ໃນ​ບັນຫາ​ແຫຼມເກົາຫຼີ ​ແລະ​ຍິນ​ດີ​ສືບ​ຕໍ່​ແລກ​ປ່ຽນ ​ແລະ​ປະສານ​ງານ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປະ​ເທດ​ຕົນ​ເດັດດ່ຽວ​ສຸມ​ໃສ່​ການ​ປອດນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ​ຮັກສາ​ສັນຕິພາບ​ສະຖຽນ​ລະ​ພາບ​ຂອງ​ແຫຼມເກົາ​ຫຼີ ​ແລະ​ຍຶດໝັ້ນ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຜ່ານ​ການ​ເຈລະຈາ. ຫວັງ​ວ່າ​ ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ​ສາມາດ​ເປີດ​ການ​ເຈ​ລະ​ຈາ​ໂດຍ​ໄວ ​ແລະພະຍາຍາມ​ໃຫ້​ໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ.

ປະມຸກ​ລັດສອງ​ທ່ານ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ສອງ​ປະ​ເທດ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຫວັງ​ວ່າ ສອງ​​ຝ່າຍຈະ​ພະຍາຍາມ​ຮ່ວມ​ກັນ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ເຊິ່ງ​ກັນ ​ແລະ​ກັນ, ​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ສຸມ​ໃສ່​ການ​ຮ່ວມ​ມື, ຄວບ​ຄຸ​ມຄວາມ​ເຫັນທີ່​ຕ່າງ​ກັນ ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ຂອງ​ສອງ​ປະ​ເທດ​ໃຫ້​ຕ່າງ​ຝ່າຍ​ຕ່າ​ງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ແລະ​ຊຸກຍູ້​ສາຍ​ພົວພັນສອງ​ປະ​ເທດ​ໃຫ້​ໄດ້ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ​ເກົ່າ​ໃນ​ປີ​ໃໝ່​ນີ້.

ທ່ານ​ທຣຳ​ໄດ້ຊົມ​ເຊີຍ​ຕໍ່​ປະ​ເທດ​ຈີນ​ທີ່​ໄດ້​ຈັດ​ກອງ​ປະຊຸມ​ສອງສະພາ​ປີ 2018 ຢ່າງສຳ​ເລັດ​ຜົນ ​ແລະ​ກ່າວ​ວ່າ: ການ​ທີ່ປະມຸກ​ລັດສອງປະ​ເທດ​​ຮັກສາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນນັ້ນມີ​ຄວາມ​ສຳຄັນຫຼາຍ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ສອງ​ຊາດ. ປະ​ເທດ​ຕົນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ສາຍ​ພົນ​ພັນ​ອາ​ເມ​ລິ​ກາ-ຈີນ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ​ຍິນ​ດີ​ພະຍາ​ຍາມ​ຮ່ວມ​​ກັບ​ຈີນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ສອງ​ຊາດ​ໃຫ້​ພັດທະນາ​​ກ້າວ​ໄປໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ