ຈີນ​ຍິນ​ດີ​ໃຫ້​ວິ​ສາ​ຫ​ະ​ກິດ​ຕ່າງ​ປະ​ເທດ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ຈີນ
2018-03-11 10:45:02  cri 
​ວັນ​ທີ 10 ມີ​ນາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຊ່ຽວ​ຢ້າ​ຊິ້ງ, ຫົວ​ໜ້າ​ຄ​ະນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້​ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ຈີນ​ມີ​ລັກ​ສະ​ນະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ, ຫວັງ​ວ່າ​ວິ​ສາ​ຫະ​ກິດ​ປະ​ເພດ​ຕ່າງໆ ເຊິ່ງ​ລວມ​ທັງ​ວິ​ສ​າ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ຍິນ​ດີ​ມີ​ສ່ວນ​ຮ່ວມ​ນັ້ນ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ກຳ​ມະ​ສິດ​ປະ​ສົມ​ຂອງ​ລັດ​ວິ​ສາ​ຫະ​ກິດ​ຈີນ.

ເຮັດ​ແນວ​ໃດ​ລົງ​ເລິກ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ປະ​ຕິ​ຮູບ​ລະ​ບຽບ​ການ​ກຳ​ມະ​ສິດ​ປະ​ສົມ, ແມ່ນ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາມ​ສົ​ນ​ໃຈຫຼາຍ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໃນ​ປີ​ນີ້.  ວັນ​ທີ 10 ມີ​ນາ​ນີ້, ຢູ່​ສູນ​ຖະ​ແຫຼງ​ຂ່າວ​ຂອງກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ສະ​ໄໝ​ທີ 13ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ທີ່​ມີ​ຫົວ​ຂໍ້​ວ່າ "ການ​ປະ​ຕິ​ຮູບ​ ແລະ​ການ​ພັດ​ທະ​ນາ​ຂອງ​ລັດ​ວິ​ສາ​ຫະ​ກິດ". ໂດຍ​ທ່ານ ​ຊ່ຽວ​ຢ້າ​ຊິ້ງ, ຫົວ​ໜ້າ​​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້​ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ປີ​ນີ້​ຈີນ​ຈະ​ເປີດກວ້າງ ແລະ​ລົງ​ເລິກ​ມາດ​ຕະ​ການ​ປະ​ຕິ​ຮູບ​ດ້ານ​ຕ່າງໆ, ຫັນ​ຈາກ​ການ​ຄຸ້ມ​ຄອງວິ​ສາ​ຫະ​ກິດ​ເປັນຫຼັກ​ໄປ​ສູ່​ການ​ຄຸ້ມ​ຄອງ​ທຶນ​ຮອນ​ເປັນຫຼັກ, ພ້ອມ​ທັງ​ຊຸກ​ຍູ້​ການ​ປັບ​ປຸງ​ຄືນ​ໃໝ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ລັດ​ວິ​ສາ​ຫະ​ກິດ​ສູນ​ກາງ. ນອກ​ນີ້, ຍັງ​ຈະ​ຊຸກ​ຍູ້​ສິດ​ຮຸ້ນ​ສ່ວນ​ຫັນ​ເປັນຫຼາຍ​ເຄົ້າໃນ​ລະ​ດັບ​ກຸ່ມ​ບໍ​ລິ​ສັດ, ແລະ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ກຳ​ມະ​ສິດ​ປະ​ສົມ. ທ່ານ​ກ່າວ​ຕື່ມ​ວ່າ, ກາ​ລົງ​ເລິກ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ, ຈຸດ​ປະ​ສົງ​ພື້ນ​ຖານ​ແມ່ນ​ເພື່ອ​ບຳ​ລຸງ​ກໍ່​ສ້າງວິ​ສາ​ຫະ​ກິດ​​ອັນ​ດັບ​ໜຶ່ງ​ໃນ​ໂລກ​ທີ່​ມີ​ກຳ​ລັງ​ແຂ່ງ​ຂັນ​ໃນ​ສາ​ກົນ.

ຄຽງ​ຄູ່​ກັບ​ການປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ຈີນ​ກ້າວ​ໄປ​ໜ້າ​ເລື້ອຍໆ, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ກໍ​ຫວັງ​ຢາກ​ມີ​ສ່ວນ​ຮ່ວມ​ນັບ​ມື້​ນັບຫຼາຍ​ຂຶ້ນ. ທ່ານ​ຊ່ຽວ​ຢ້າ​ຊິ້ງ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ປົກ​ປ້ອງ​ສິດ ແລະ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ລົງ​ທຶນ​ປະ​ເພດ​ຕ່າງໆ​ທີ່​​ເຂົ້າຮ່ວມ​ການ​ປະ​ຕິ​ຮູບ​ດັ່ງ​ກ່າວ, ເຮັດ​ໃຫ້​ຜູ້​ລົງ​ທຶນ​ຝ່າຍ​ຕ່າງໆ​ລ້ວນ​ແຕ່ສາ​ມາດ​ນຳ​ໃຊ້​ສິດ​ລົງ​ຄະ​ແນນ​ສຽງ, ສິດ​ທຸ​ລະ​ກິດ ແລະ​ສິດ​ທິ​ຊຳ​ລະ​ວຽກ​ງານ​ດ້ານ​ຕ່າງໆຂອງ​ຕົນໃນ​ວິ​ສາ​ຫະ​ກິດ​ກຳ​ມະ​ສິດ​ປະ​ສົມຕາມ​​ຮຸ້ນ​ສ່ວນ​​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ