ທຳ​ນຽບ​ຂາວ:​ສ​ປ​ປ​ເກົາ​ຫຼີ​ຄວນ​ມີການ​ກະ​ທຳ​ຕົວ​ຈິງ​ກ່ອນ​ຈັດ​ການ​ພົບ​ປະເຈ​ລະ​ຈາ​ກັນ​​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ​-ສ​ປ​ປ​ເກົາ​ຫຼີ
2018-03-11 14:11:53  cri 
ວັນ​ທີ 9 ມີ​ນານີ້ ​ທ່ານ​ນາງ​ຊາ​ຣາ ແຊັນ​ເດິ​ສ ໂຄ​ສົກ​ທຳ​ນຽບ​ຂາ​ວອາ​ເມ​ລິ​ກາ​ກ່າວ​ວ່າ, ​ມີ​ແຕ່​ໄດ້ເຫັນ​ວ່າ ​ສ​ປ​ປ​ເກົາ​ຫຼີ​ໃຊ້​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ປະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ແທ້​ຈິງ​ແລ້ວ, ທ່ານ​ໂດ​ນັດ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຈຶ່ງ​ຈະ​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​​ອຸນ ຜູ້​ນຳ​ສູງ​ສຸດ​ຂອງ​ສ​ປ​ປ​ເກົາ​ຫຼີ​.  

ທ່ານ​ນາງແຊັນ​ເດິ​ສກ່າວ​ວ່າ, ເທື່ອນີ້​ສ​ປ​ປ​ເກົາ​ຫຼ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ສຳ​ຄັນ, ເຊິ່ງ​ລວມ​ທັງ​ການ​ປະ​ລະ​ອາ​ວຸດ​ນິວ​ເຄຼຍ, ຢຸດ​ການ​ທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິ​ຖີ​ນິວ​ເຄຼຍ ແລະ​ອື່ນໆ. ​ອາ​ເມ​ລິ​ກາ​ຄອງ​ຄອຍ​ໃຫ້​ສ​ປ​ປ​ເກົາ​ຫຼີ​ທີ່​ສາ​ມາດ​ໃຊ້ມາດ​ຕະ​ການ​ລະ​ອຽດ​ຢ່າງ​ໜຶ່ງ​ ນັ້ນກໍ​ແມ່ນ​ໃຫ້​ປອດ​ອາ​ວຸດ​ນິວ​ເຄຼຍ​ໃນ​ທັນ​ທີ​ກ່ອນ​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ