ສະ​ຫະ​ພາບ​ອາ​​ຟ​ຣີ​ກາ: ຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​​ແຜ່ນ​ດິນ​ໃຫຍ່ອາ​ຟ​ຣີ​ກາ
2018-03-11 14:54:34  cri 
ວັນ​ທີ 10 ມີ​ນານີ້ ທ່ານ​ມູ​ຊາ ຟາ​ຄີ ມາ​ຮະ​ມັດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ກ່າວ​ວ່າ, ສະ​ຫະ​ພັນ​ອາ​ຟ​ຣີ​ກາກຳ​ລັງ​ພະ​ຍາ​ຍາມ​ຊຸກ​ຍູ້​ວຽກ​ງານ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​​​ແຜ່ນ​ດິນ​ໃຫຍ່ອາ​ຟ​ຣີ​ກາ.

ຫຼັງ​ຈາກ​ເດີນ​ທາງ​ໄປ​ຮອດ​ອັນ​ເຊ​ລີ​ໃນ​ມື້​ດຽວ​ກັນ​ແລ້ວ ທ່ານ​ຟາ​ຄີ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ຢູ່​ສະ​ໜາມ​ບິນ​ວ່າ, ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ກຳ​ລັງ​ຢູ່​ໃນ​​ກາ​ລະ​ໂອ​ກາດ​ທີ່ສຳ​ຄັນ, ເຊິ່ງ​ຈະ​ປະ​ກາດ​ມາດ​ຕະ​ການ​ສຳ​ຄັນ​ຈຳ​ນວນ​ໜຶ່ງ, ລວມ​ທັງ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​​ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣີ​ກາ.

ທ່ານ​ຟາ​ຄີ​ກ່າວ​ວ່າ, ໃນ​ກອງ​ປະ​ຊຸມ​ສຸດຍອດຂອງ​ສ​ະ​ຫະ​ພາບອາ​ຟ​ຣີ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ແອ​​ເຊ​ໂອ​ໃນ​ເດືອນ​ມັງ​ກອນ​ປີນີ້, ບັນ​ດາປະ​ເທດ​ອາ​ຟ​ຣີ​ກາ​ເຫັນ​ດີ​​ນຳ​ຂໍ້​ສະ​ເໜີ​ກ່ຽກ​ກັບ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​​ແຜ່ນ​ດິນ​ໃຫຍ່ອາ​ຟຣີ​ກາໂດຍ​ທົ່ວ​ໄປ, ​ເຊິ່ງກໍ່​ແມ່ນເນື້ອ​ໃນ​ຕົ້ນ​ຕໍ​ທີ່​ຈະ​ປຶ​ກ​ສາ​ຫາ​ລື​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ຊຸດ​ໜ້າ. ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ຖ້າ​ມີ​ເງື່ອນ​ໄຂ​ພຽງ​ພໍ, ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ສຸດຍອດ​ສະ​ຫະ​ພັນ​ອາ​ຟ​ຣີ​ກາ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງກີ​ຈາລີ​ຂອງ​ລູ​ວັງ​ດາ, ປະ​ເທດ​ອາ​ຟ​ຣີ​ກາ​ທັງ​ໝົດ​ຈະ​ເຊັນ​ສັນ​ຍາ​ນຳ​ກັນ​ເພື່ອ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​​​ແຜ່ນ​ດິນ​ໃຫຍ່ອາ​ຟ​ຣີ​ກາ.

ໃນ​ເດືອນ​ມິ​ຖຸ​ນາ​ປີ 2015 ຜ່ານ​ມາ, ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບອາ​ຟ​ຣີ​ກາ​ລິ​ເລີ່ມມີ​ການ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ການ​ສ້າງ​ເຂ​ດ​ການ​ຄ້າ​ເສ​ລີ​ທະ​ວີບ​ອາ​ຟ​ຣີ​ກາ. ສະ​ຫະ​ພາບ​ອາ​ຟ​ຣີ​ກາ​ຫວັງ​ໃຫ້​ຜ່ານ​ຈາກ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ເພື່ອຫຼຸດ​ພາ​ສີ​ໃຫ້​ໜ້ອຍ​ລົງ, ຍົກ​ເລີກ​ກຳ​ແພງ​ການ​ຄ້າ, ຊຸກ​ຍູ້​ການ​ພັດ​ທະ​ນາ​ທາງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ພາຍ​ໃນ​ພາກ​ພື້ນ, ບັນ​ລຸ​ໃຫ້​ຜະ​ລິດ​ຕະ​ພັນ ການ​ບໍ​ລິ​ການ ແລະ​ທຶນ​ຮອນ​ຈໍ​ລະ​ຈອນ​ຢ່າງເສ​ລີ​ພາຍ​​ແຜ່ນ​ດິນ​ໃຫຍ່ອາ​ຟ​ຣີ​ກາ, ແລ້ວ​ສາ​ມາດ​ເຕົ້າ​ໂຮມ​ອົງ​ກອນ​ເສດ​ຖະ​ກິດ​ຕ່າງໆ​ໃນ​ອາ​ຟ​ຣີ​ກາ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ຕະ​ຫຼາດ​ໃຫຍ່​ອັນ​ໜຶ່ງ​ອັນດຽວກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ