ຈີນ​ໄດ້​ເຊັນ​ສັນ​ຍາ​​ການ​ຄ້າ​ເສ​ລີ 16 ສະ​ບັບ​ກັບ 24 ປະ​ເທດ​ຫຼື​ເຂດ​ແຄວ້ນ
2018-03-11 16:18:55  cri 
ວັນ​ທີ 11 ມີ​ນານີ້ ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼງ​ຂ່າວຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຊຸດທີ 13, ທ່ານ​​ຫວາງ​ໂຊ້​ເວີນ ​ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ກາ​ນ​ຄ້າ​ຈີນ ທັງ​ເປັນ​ຮອງ​ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ທາງ​ການ​ຄ້າ​ສາ​ກົນຂອງ​ຈີນ​ກ່າວ​ວ່າ, ​ນັບ​ມາຮອ​ດ​ປັດ​ຈຸ​ບັນ ຈີນ​ໄດ້ເຊັນ​ສັນ​ຍາ​​ການ​ຄ້າ​ເສ​ລີ 16 ສະ​ບັບ​ກັບ 24 ປະ​ເທດ​ຫຼື​ເຂດ​ແຄວ້ນແລ້ວ ເຊິ່ງ​​ລວມມີ​ສະ​ມາ​ຊິກ​ອາ​ຊຽນ, ມີ​ປະ​ເທດທີ່​ລຽບ​ຕາມ​ຂອບ​ໜຶ່ງ​ແລວ​​ໜຶ່ງ​ເສັ້ນ​ທາງ, ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ. ຢູ່​ໃນຕາ​ໜ່າງ​ເຂດ​ການ​ຄ້າ​ເສ​ລີ​ດັ່ງ​ກ່າວ​​ມີ​ທັງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ທີ່​ພວມ​ພັ​ດ​ທະ​ນາ​ຈຳ​ນວນ​ໜຶ່ງ.

ທ່ານ​​ຫວາງ​ໂຊ້​ເວີນ​ກ່າວ​ເນັ້ນ​ວ່າ, ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ຄ້າ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຄູ່​ການ​ຄ້າ​ໃນ​ເຂດ​ການ​ຄ້າ​ເສ​ລີ​ແມ່ນ​ໄວ​ກວ່າ​ປ​ະ​ເທດ​ທີ່​​ບໍ່​ແມ່ນ​ຄູ່​ການ​ຄ້າ​ເສ​ລີ. ທ່ານ​ໄດ້​ຍົກຕົວ​ຢ່າງ​ມາ​ຢືນ​ຢັນວ່າ, ປີ​ກາຍນີ້ ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 500 ກວ່າ​ຕື້​ໂດ​ລາ​ສະ​ຫະ​ລັດ, ແມ່ນ 6 ເທົ່າ​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ປີ​ທີ່​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ.

ທ່ານ​ຫວາງ​ໂຊ້​ເວັນເ​ຫັນ​ວ່າ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ທາງ​ການ​ຄ້າ​ເສ​ລີ​ມີ​ບົດ​ບາດ​ຊຸກ​ຍູ້​​ການ​ເຈ​ລະ​ຈາ​ຫຼາຍ​ຝ່າຍ. ການ​ເຈ​ລະ​ຈາກ່ຽວ​ກັບ​ເຂດ​​ການ​ຄ້າ​ເສ​ລີ​ແລະ​ການ​ເຈ​ລະ​ຈາພາຍ​ໃນ​ຂອບ​ອົງ​ການ​ການ​ຄ້າ​ໂລກ ​ຫຼື WTO ແມ່ນ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ ແລະ​ຕ່າງ​ຍູ້​ໜູນກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ