ຜູ້​ຮັກ​ສາ​ປ່າ​ໄມ້​ສາມ​ເຊັ່ນ​ຄົນ​ຂອງ​ນິ​ຄົມ​ປ່າ​ໄມ້​ຊ່າ​ຈື​ໂພ່​ແຂວງ​ກຸ້ຍ​ໂຈ່ວ
2018-03-12 16:20:25  cri 

ວັນ​ທີ 10 ມີ​ນາ​ນີ້, ພະ​ນັກ​ງານ​ຮັກ​ສາ​ປ່າ​ໄມ້​ຂອງ​ນິ​ຄົມ​ປ່າ​ໄມ້​ຊ່າ​ຈື​ໂພ່​ກຳ​ລັງ​​ປະ​ຕິ​ບັດ​ໜ້າ​ທີ່ລາດ​ຕະ​ເວນກວດ​ກາ​ຢູ່​ເຂດ​ປ່າ​ໄມ້.

ກ່ອນ​ໜ້າ​ນີ້ 33 ປີ, ພະ​ນັກ​ງານ​ຮັກ​ສາ​ປ່າ​ໄມ້​ຂອງ​ນິ​ຄົມ​ປ່າ​ໄມ້​ຊ່າ​ຈື​ໂພ​ກຸ່ມ​ທຳ​ອິດ​ໄດ້​ຫວ່ານ​ແກ່ນ​ຕົ້ນສົນຢູ່​ເນີນ​ຮົກ​ຮົ້ວ​ຂອງ​ຕາ​ແສງ​ກ່ວນ​ເຟີ່ງ​ໄຫ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຢີ​ເຜົ່າ​ຮຸຍ​ເຜົ່າ​ມົ້ງ​ເວີຍ​ນິງ​ແຂວງ​ກຸ້ຍ​ໂຈ່ວ,​ຊູ່​ມື້​ນີ້,ເຂດ​ປ່າ​​ສົນ​ລວມ​ເນື້ອ​ທີ່​ປະ​ມານ 1800 ເຮັກ​ຕາ​ຂ​ຽວ​ງາມ​ດີ​ປຽບ​ເໝືອນ​ຍົກ​ຂຽວ​ກ້ອນ​ໜຶ່ງ​ເຊື່ອມ​ໃສ່​ພູ​​ອູ່​ເມິງ ເຊິ່ງ​ເປັນ​ຜົນ​ງານ​ດີ​ເດັ່ນ​ຂອງ​ຜູ້​ຮັກ​ສາ​ປ່າ​ໄມ້​ສາມ​ເຊັ່ນ​ຄົນ. ບໍ່​ວ່າ​ຈະ​ເປັນ​ມື້​ບຸນ​ສຳ​ຄັນ​ຕາມ​ປະ​ເພ​ນີຫຼື​ອາ​ກາດ​ຈະ​ເປັນແນວ​ໃດ​ກໍ​ຕາມ,ພະ​ນັກ​ງານ​ຮັກ​ສາ​ປ່າ​ຂອງ​ນິ​ຄົມ​ດັ່ງ​ກ່າວ​ກໍ​ຈະ​ຕ້ອ​ງ​ໄດ້​ອອກ​ໄປ​ລາດ​ຕະ​ເວນກວດ​ກາ​ປ່າ​ໄມ້​ເປັນ​ປະ​ຈຳ​ບໍ່​ໄດ້​ຂາດ.

1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ