ຜູ້​ແທນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ໃຫ້​ສົ່ງ​ເສີມ​ການ​ຮ່ວມ​ມືຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-03-12 16:23:29  cri 
​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຈ້າວ​​ຫວັນ​​ພິງ ​​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ແຂວງ​ອ່ານ​ຮຸຍໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIວ່າ: ການ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ເປັນ​ບັນ​ຫາ​​ຫຍຸ້ງຍາກ​​ໃນ​ທົ່ວ​ໂລກ, ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ສ່ວນຫຼາຍ​ເປັນ​ປະ​ເທດ​ແລະ​ເຂດ​ແຄວ້ນ​ພວມ​ພັດ​ທະ​ນາ,​ສະ​ນັ້ນ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຈຶ່ງເປັນ​ໜ້າ​ທີ່​ຮ່ວມ​ໃນ​ປະ​ຫວັດ​ສາດ, ດ້ວຍ​ເຫດ​ນີ້, ການ​ຮ່ວມ​ມື​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ຂອບ​ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຈະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ, ເຊິ່ງ​ຈະ​ສາ​ມາດ​ຊ່ວຍ​ເພີ່ມ​ຄວາມ​ສາ​ມາດ​ສັງ​ລວມ​​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ.

ທ່ານ​ຈ້າວ​​ຫວັນ​​ພິງກ່າວ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໃນ​ຊົນ​ນະ​ບົດ​ຈີນ​ໄດ້ຫຼຸດ​ລົງ 68.530.000 ຄົນ, ອັດ​ຕາຄວາມ​ທຸກ​ຍາກ​ໄດ້ຫຼຸດ​ລົງ​ຈາກ 10% ເມື່ອ​ທ້າຍ​ປີ 2012 ​ເຫຼືອ​ພຽງ 3% ເທົ່າ​ນັ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ອື່ນ​ແບ່ງ​ປັນ​ວິ​ທີ,ເຕັກ​ນິກ​ແລະ​ບົດ​ຮຽນ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນຫຼາຍ​ປີ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ