ການ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຊັ້ຍ​ເມີນ​ຢູ່ມະ​ເລ​ເຊຍ​ຄື​ບ​ໜ້າ​ເປັນ​ຢ່າງ​ດີ
2018-03-12 16:31:24  cri 

ການ​ສຳ​ພາດ​ຮ່ວມ​ຮອບ​ທີ 3 ຢູ່​ "ຊ່ອງ​ທາງ​ຜູ້​ແທນ"​ຂອງກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດທີ 13 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມີ​ນາ​ນີ້. ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ຈ່າງ​ຢົງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເມີນ​ຢືນ​ຢັນ​ວ່າ: ການ​​ສ້າງມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເມີນ​​ຢູ່ມາ​ເລ​ເຊຍ​ມີ​ຄວາມ​ຄືບ​ໜ້າ​​ເປັນ​ຢ່າງດີ, ໃນ​ຕໍ່​ໜ້າ​ຈະ​ສາ​ມາດ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ສູງ​ໃນລະ​ດັບ​ສາ​ກົນ​​ເພື່ອການ​ປະ​ຕິ​ບັດ​ຂໍ​ລິ​ເລີ່ມ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ຈ່າງ​ຢົງ​ກ່າວ​ວ່າ: ການ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເມີນ​ຢູ່​ມາ​ເລ​ເຊຍ​ເປັນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້ຍ​ເມີນ​ໃນ​ການ​ເປັນ​ເຈົ້າ​ການ​ເຊື່ອມ​ຕໍ່​ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​, ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​​ຢູ່​ໃນ​ແຖວ​ໜ້າ​​ທີ່​ໄປ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ຕ່າງ​ປະ​ເທດ​ຂອງ​ຈີນ.

ມະ​ຫາ​ວິ​ທະ​ຍາ​ໄລ​ເຊ້​ຍ​ເມີນ​ຢູ່​ມາ​ເລ​ເຊຍ​ຮັບ​ເອົານັກ​ສຶກ​ສາ​​ກຸ່ມ​ທຳ​ອິດ​ໃນ​ປີ 2015 ແລະ​ໄດ້​ຕັ້ງ​ເປົ້າ​ຮັບ​ເອົາ​ນັກ​ສຶກ​ສາ 1 ໝື່ນ​ຄົນ​ຕໍ່​ປີ​ເມື່ອ​ຮອດ​ປີ 2020. ໃນ​ນີ້, ນັກ​ສຶກ​ສາ​ມາ​ເລ​ເຊຍ, ນັກ​ສຶກ​ສາ​ຈີນ​ແລະ​ນັກ​ສຶກ​ສາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ຕ່າງກວມ 1/3 ຂອງ​ຍອດ​ຈຳ​ນວນ​ນັກ​ສຶກ​ສາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ