ປາ​ແລັສຕິນຄັດຄ້ານ​ອາ​ເມ​ລິ​ກາ​ຮຽກ​ໄຂ​ກອງ​ປະຊຸມ​ອຸປະຖຳ​ສາກົນ​ວ່າ​ດ້ວຍ​ວິ​ກິດ​ການ​ກາຊາ
2018-03-12 10:52:55  cri 

ພັກ​ຝ່າຍສຳຄັນ​ຕ່າງໆ​ຂອງ​ປາ​ແລັສຕິນ ​ເຊັ່ນ ອົງການ​ປົດປ່ອຍ​ຊາດປາ​ແລັສຕິນ ​ແລະ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ແລັສຕິນ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 11 ມີນາ​ນີ້ ​ໂດຍ​ຄັດຄ້ານ​ອາ​ເມ​ລິ​ກາທີ່ຮຽກ​ໄຂ​ກອງ​ປະຊຸມ​ອຸປະຖຳສາກົນ​ວ່າ​ດ້ວຍ​ວິ​ກິດ​ການ​​ທາງມະນຸດສະ​ທຳ​ຢູ່ເຂດ​ກາຊາ.

ທ່ານ​ອາຮ໌​ເມັດ ມັດ​ດາລາ​ນີ ສະມາຊິກ​ຄະນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍຊາດ​ປາ​ແລັສຕິນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ ວ່າ: ຢາກ​ຈະ​ແກ້​ໄຂ​ວິ​ກິດ​ການ​ທາງ​ມະນຸດ​ສະ​ທຳ​ຢູ່​ເຂດ​ກາຊາ​ໃນ​ປັດຈຸບັນ ກ່ອນ​ອື່ນ​ຈະ​ຕ້ອງ​ແກ້​ໄຂ​ບັນຫາ​ການ​ເມືອງ​ເຂດ​ກາຊາ ​ແລະຈາກ​ນັ້ນຈຶ່ງ​ແມ່ນ​ບັນຫາມະນຸດສະທຳ ຫຼື ການ​ສົງ​ເຄາະ. ຂະນະ​ທີ່​ລັດຖະບານ​ອາ​ເມ​ລິ​ກາ​ກໍ​ຮູ້​ດີ​ຢູ່ວ່າ ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ວິ​ກິດ​ການຢູ່​ເຂດ​ກາຊານັ້ນ​ແມ່ນ​ເນື່ອງ​ຈາກ​ອິສຣາ​ແອນປິດ​ລ້ອມ​ເຂດ​ກາຊາ​ເປັນ​ໄລຍະ​ດົນ​ນານ ຖ້າ​ຍົກ​ເລີກ​ການ​ປິດ​ລ້ອມ​ຕໍ່​ເຂດ​ກາຊາ​ແລ້ວ ວິ​ກິດ​ການ​ທາງ​ມະນຸດສະທຳ​ຢູ່​ທ້ອງ​ຖິ່ນ​ນັ້ນກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ທັນທີ. ສ່ວນ​ອາ​ເມ​ລິ​ກາ​ຮຽກ​ໄຂ​ກອງ​ປະຊຸມດັ່ງກ່າວ ກໍ​ເພື່ອ​ສ້າງ​ຄວາມ​ແບ່ງ​ແຍກ​ລະຫວ່າງ​ເຂດ​ກາຊາ-​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ຂອງ​ປາ​ແລັສຕິນ ​ແລະ ຢັບຢັ້ງຈຸດ​ຢືນ​ຂອງ​ປາ​ແລັສຕິນທີ່​ຍຶດໝັ້ນການ​ສ້າງຕັ້ງປະ​ເທດ​ປາ​ແລັສຕິນບົນ​ພື້ນຖານຊາຍ​ແດນທີ່​ຂີດ​ແບ່ງ​​ໃນ​ປີ 1967.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ