ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ໄດ້​ຜ່ານ​ການ​ຮັບ​ຮອງ "ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ"
2018-03-12 16:43:02  cri 

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 11 ມີ​ນາ​ນີ້, ກອງ​ປະ​ຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ແລະ​ຜ່ານ​ການ​ຮັບ​ຮອງ  "ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ" ແລະ​ໄດ້​ຮັບ​ຟັງ​ທ່ານ​ປະ​ທານ​ຈ່າງ​ເຕີ​ຈ່ຽງ ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12.

ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ຫຼີ​ເຄີ້​ສຽງ, ທ່ານ​ລີ້​ຈ້ານ​​ຊູ່, ທ່ານ​ວ່າງ​ຢາງ, ​ທ່ານ​ວາງ​ຮູ້​ນິງ, ທ່ານ​ຈ້າວ​ເລີ້​ຈີ້, ທ່ານ​ຮັນ​ເຈິ້ງ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ.

ຕາມ​ຂໍ້​ກຳ​ນົດ​ລົງ​ຄະ​ແນນ​ສຽງ​ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ການ​ລົງ​ຄະ​ແນນ​ສຽງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຊ້​ວິ​ທີປ່ອນ​ບັດທີ່​​ແບບ​ຈົດ​ຊື່. ໂດຍ​ຜ່ານ​ການ​ປ່ອນ​ບັດ​ແລະ​ຄິດ​ໄລ່​ ​ເປັນ​ເວ​ລາ 40 ນາ​ທີ, ພະ​ນັກ​ງານ​ໄດ້​ເປີດ​ເຜີຍ​ຜົນການ​ລົງ​ຄະ​ແນນ​ສຽງ​ດ້ວຍ​ບັດ​ເຫັນ​ດີ 2925 ບັດ, ບັດ​ຄັດ​ຄ້ານ 2 ບັດ​ແລະ​ບໍ່​ລົງ​ຄະ​ແນນ 3 ບັດ.
ຄະ​ນະ​ປະ​ທານ​ຂອງກອງ​ປະ​ຊຸມໃຫຍ່​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄດ້​ປະ​ກາດ​ໃນ​ວັນ​ທີ 11 ມີ​ນາ​ນີ້​ວ່າ, ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ດັດ​ແກ້​ຂອງ​ສ​ປ​ຈີນ​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.
ໂດຍ​ໄດ້​ຮັບ​ການມອບ​ສິດ​ຂອງ​ຄະ​ນ​ະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ທ່ານ​ຈ່າງ​ເຕີ​ຈ່ຽງ ໄດ້​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ທ່ານ​ກ່າວ​ວ່າ, ໃນ 5 ປີ​ຜ່ານ​ມາ, ແມ່ນ 5 ປີ​ທີ່​ບໍ່​ທຳ​ມະ​ດາ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ພັກ​ແລະ​ປະ​ເທດ​ຂອງ​ພວກ​ເຮົາ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ, ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ຊຸດ​ທີ 12 ໄດ້​ປະ​ຕິ​ບັດ​ນ້ຳ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ແລະ​ຄັ້ງ​ທີ 19 ຢ່າງ​ຮອບ​ດ້ານ, ລົງ​ເລິກ​ຮ່ຳ​ຮຽນ​ແລະ​ປະ​ຕິ​ບັດ​ຕາມແນວ​ຄິດ​​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຍຶດ​ໝັ້ນ​ປະ​ຊາ​ຊົນ​ເປັນ​ເຈົ້າ​ບ້ານ​ຄອງ​ເມືອງ, ແລະ​ຍຶດ​ໝັ້ນ​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ເປັນ​ເອ​ກະ​ພາບ​ກັນ, ຍຶດ​ໝັ້ນ​​ອິດ​ທິ​ພົນ​ແລະ​ຖາ​ນະແກນ​ກາງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ຍຶດ​ໝັ້ນ​ອິດ​ທິ​ພົນ​ແລະ​ການ​ນຳ​ພາແບບ​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ​ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ, ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລັດ​ຖະ​ທຳ​ມະ​ນູນ​ທີ່ມອບ​ໃຫ້​ຕົນ​ເອງຢ່າງ​ຕັ້ງ​ໜ້າ, ສ້າງ​ສະ​ພາບ​ໃໝ່​ໃນ​ການ​ເຮັດ​ວຽກ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢ່າງ​ຮອບ​ດ້ານ, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ທິດ​ສະ​ດີ​ແລະ​​ພຶດຕິ​ກຳ​ຂອງ​ລະ​ບອບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ງານ​ຢ່າງ​ໃຫຍ່​ຫຼວງ, ການ​ກໍ່​ສ້າງ​ປະ​ຊາ​ທິ​ປະ​ໄຕ​ແລະ​ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ຂອງ​ສັງ​ຄົມ​ນິ​ຍົມ​ໄດ້​ກ້າວ​ບາດ​ກ້າວ​ທີ່​ສຳ​ຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ