ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ທູດ​ພິ​ເສດ​ຂ​ອງ​ປະ​ທາ​ນາ​ທິ​ບໍ​ດີ​ສ ເກົາຫຼີ
2018-03-13 10:46:53  cri 

ວັນ​ທີ 12 ມີ​ນາ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ຈູ​ອຸຍ​ຢົງ ທູດ​ພິ​ເສດ​ປະ​ທາ​ນາ​ທິ​ບໍ​ດີ​ສ ເກົາຫຼີ,ຫົວ​ໜ້າ​ຫ້ອງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສ ເກົາຫຼີ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ຖາ​ນະ​ເປັນ​ເພື່ອນ​ບ້ານ​ໃກ້​ຄ​ຽງ​ຂອງ​ແຫຼມ​ເກົາຫຼີ, ຈີນ​ສະ​ໜັບ​ສະ​ໜູນ​ສອງ​ປະ​ເທດ​ແຫຼມ​ເກົາຫຼີປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ຄວາມ​ປອງດອງ,ສະ​ໜັບ​ສະ​ໜູນ​ອາ​ເມ​ລິ​ກາ​ແລະ​ສ​ປ​ປ ເກົາຫຼີ​ຕິດ​ຕໍ່​ພົວ​ພັນ​ກັນແລະ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ສົນ​ໃຈນັ້ນ​ມາ​ໂດຍ​ຕະຫຼອດ. ການ​ທີ່​ແຫຼມ​ເກົາຫຼີ​ປອດ​ອາ​ວຸດ​ນິວ​ເຄ​ລຍ,ບໍ່​ມີ​ສົງ​ຄາມ​ແລະ​ບໍ່​ວຸ້ນ​ວາຍ​ເປັນ​ຈຸດ​ຢືນຂອງ​ຈີນ​ຕະຫຼອດ​ມາ. ຈີນ​ຫວັງ​ວ່າ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ສ ເກົາຫຼີ​ແລະ​ສ​ປ​ປ ເກົາຫຼີ​ແລະ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສ​ປ​ປ ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ຈະ​ໄດ້​ຈັດ​ຂຶ້ນ​ເປັນ​ຢ່າງ​ດີ ທັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​​ເພື່ອເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄ​ລຍ​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ແຕ່​ລະ​ປະ​ເທດ​ຫັນ​ເປັນ​ປົກ​ກະ​ຕິ.

ທ່ານ​ຈູ​ອຸຍ​ຢົງ​ຢືນ​ຢັນ​ວ່າ ສ ເກົາຫຼີ​ຍິນ​ດີ​ຮ່ວມ​ກັບ​ຈີນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ຂະ​ຫຍາຍ​ຕົວ. ປັດ​ຈຸ​ບັນ,ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ໄດ້​ ​ມີ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊັກ​ນຳ, ສ ເກົາຫຼີ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທັງ​ຍິນ​ດີ​ປະ​ສານ​ງານ​ກັບ​ຈີນ​ຢ່າງ​ໃກ້​ຊິດ​ເພື່ອ​ຮັກ​ສາ​ທ່ວງ​ທ່າ​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​​ຄ່ອຍໆດີ​ຂຶ້ນ​ໃນ​ປັດ​ຈຸ​ບັນ, ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ແຫຼມ​ເກົາຫຼີ​ດ້ວຍ​ສັນ​ຕິ​ວິ​ທີ, ບັນ​ລຸ​ໃຫ້​ພາກ​ພື້ນ​ແຫ່ງ​ນີ້​ມີ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ