ກົດ​ໝາຍ​ສ່ວຍ​ສາ​ອາ​ກອນ 6 ສະ​ບັບ​ຖືກ​ສະ​ເໜີ​ໃຫ້​ຈັດ​ເຂົ້າ​ໃນ​ແຜນ​ງານ​ນິ​ຕິ​ບັນ​ຍັດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ປີ​ນີ້
2018-03-13 10:55:19  cri 
ວັນ​ທີ 12 ມີ​ນາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ອູ​ຢື​ທູ ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການເສດ​ຖະ​ກິດ​​ການ​ເງິນສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢືນ​ຢັນ​ວ່າ: ໃນ​ສ່ວຍ​ສາ​ອາ​ກອ​ນຈຳ​ນວນ 18 ​ປະ​ເພດ​ທີ່​ຈີນ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ, ມີ 6 ​​ປະ​ເພດ​ໄດ້​ສ້າງ​ໃຫ້​ມີ​ກົດ​ໝາຍ​ສະ​ເພາະ​ແລ້ວ. ສ່ວນ​ກົດ​ໝາຍ​ສ່ວຍ​ສາ​ອາ​ກອນ 6 ສະ​ບັບ​ເຊັ່ນ​ອາ​ກອນ​ເກນ​ໃຊ້​ທີ່​ດິນ​ປູກ​ຝັງ,ອາ​ກອນ​ຊັບ​ພະ​ຍາ​ກອນ,ອາ​ກອນ​ບໍ​ລິ​ໂພກ,ອາ​ກອນ​ສັນ​ຍາ ແລະ​ອື່ນໆ​ກໍ​ໄດ້​ສະ​ເໜີ​ໃຫ້​ຈັດ​ເຂົ້າ​ໃນ​ແຜນ​ງານ​ນິ​ຕິ​ບັນ​ຍັດ​ປີ​ນີ້.

ທ່ານ​ອູ​ຢື​ທູ​ກ່າວ​ວ່າ: ໃນ​ແຜນ​ງານ​ນິ​ຕິ​ບັນ​ຍັດ 5 ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12, ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ການ​ເງິນ​ໄດ້​ຮັບ​ຜິດ​ຊອບ​ຮ່າງ​ແລະ​ສຳຫຼວດ​ພິ​ຈາ​ລະ​ນາ​ກົດ​ໝາຍ 33 ສະ​ບັບ ກວມ 1/3 ຂອງ​ໂຄງ​ການ​ນິ​ຕິ​ບັນ​ຍັດ​ທັງ​ໝົດ. ໃນ​ໄລ​ຍະ 5 ປີ​ຜ່ານ​ມາ,ກົດ​ໝາຍ​ທີ່ໄດ້​ຜ່ານ​ການນ​ສຳຫຼວດ​ພິ​ຈາ​ລະ​ນາ​ແລະ​ປະ​ກາດ​ໃຊ້​ແລ້ວ​ມີ 17 ສະ​ບັບ.

ທ່ານ​ອູ​ຢືທູ​ກ່າວ​ຕື່ມ​ວ່າ: ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ກົດ​ໝາຍຫຼັກ​ຊັບ​ໄດ້​ຜ່ານ​ການ​ສຳຫຼວດ​ພິ​ຈາ​ລະ​ນາ​ຄັ້ງ​ທີ​ສອງ​ຈາກ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ, ສ່ວນ​ທີ່​ຍັງ​ເຫຼືອ​ຈຳ​ນວນ 14 ສະ​ບັບ​ກໍ​ກຳ​ລັງ​ຮ່າງ​ຢ່າງ​ເລັ່ງ​ດ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ