ເສດ​ຖະ​ກິດ​ໂລກ​ອາດ​ຈະ​ປະ​ສົບ​ຜົນ​ເສຍ​ຫາຍ 470 ຕື້​ໂດ​ລາ​ຍ້ອນ​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ການ​ຄ້າ
2018-03-13 17:01:42  cri 
ນັກ​ວິ​ເຄາະ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ກ່າວ​ເຕືອນ​ໃນ​ວັນ​ທີ 12 ມີ​ນາ​ນີ້​ວ່າ: ເມື່ອ​ໃດ​ລັດ​ຖະ​ບານ​ໂດ​ນັນ​ ທ​ຣຳກໍ່​ສົງ​ຄາມ​ການ​ຄ້າ​ຮອບ​ດ້ານ, ຮອດ​ປີ 2020, ເສດ​ຖະ​ກິດ​ໂລກ​ອາດ​ຈະ​ປະ​ສົບ​ຜົນ​ເສຍ​ຫາຍ​ສູງ​ເຖິງ 470 ຕື້​ໂດ​ລາ​ສະ​ຫະ​ລັດ.

ສຳ​ນັກ​ຂ່າວ​ສານBloomberg ເປີດ​ເຜີຍ​ບົດ​ລາຍ​ງານ​ຄົ້ນ​ຄວ້າ​ໃນ​ວັນ​ທີ 12 ມີ​ນາ​ນີ້​ວ່າ: ສົມ​ມຸດ​ວ່າ ສົງ​ຄາມ​ການ​ຄ້າ​ທີ່​ກໍ່​ຂຶ້ນ​ໂດຍ​ລັດ​ຖະ​ບານ​ໂດ​ນັນ​ທ​ຣຳເຮັດ​ໃຫ້​ພາ​ສີ​ໃນ​ທົ່ວ​ໂລກ​ສູງ​ຂຶ້ນ 10%, ຮອດ​ປີ 2020,​ຍອດ​ມູນ​ຄ່າການ​ຄ້າ​ທົ່ວ​ໂລກ​ຈະຫຼຸດ​ລົງ 3,7%, ​ເຊິ່ງ​ຈະ​ສົ່ງ​ຜົນ​ເຮັດ​ໃຫ້ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຈະຫຼຸດ​ລົງ 0,5%.

ນອກ​ຈາກ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ສົງ​ຄາມ​ການ​ຄ້າ​ແລ້ວ, ການ​ປົກ​ປ້ອງ​ການ​ຄ້າ​ຍັງ​ຈະ​ສົ່ງ​ຜົນ​ກະ​ທົບ​ທາງ​ລົບ​ຢ່າງ​ເລິກ​ເຊິ່ງ​ແລະ​ຍາວ​​ນານ​ຕໍ່​ເສດ​ຖະ​ກິດ​ໂລກຫຼາຍກວ່າ​ເກົ່າ. ນັກ​ວິ​ເຄາະ​ຢືນ​ຢັນ​ວ່າ ການ​ປົກ​ປ້ອງ​ການ​ຄ້າ​ເຮັດ​ໃຫ້​ການ​ແກ້ງ​ແຍ້ງຫຼຸດ​ໜ້ອຍ​ລົງ ທັງ​ສະ​ກັດ​ກັ້ນ​ການ​ແລກ​ປ່ຽນ​ດ້ານ​ເຕັກ​ນິກ​ແລະ​ແນວ​ຄິດ​ໃນ​ທົ່ວ​ໂລກ, ເບິ່ງ​ໃນ​ໄລ​ຍະ​ຍາວ​ແລ້ວ, ຈະ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ການ​ຜະ​ລິດຫຼຸດ​ຕ່ຳ​ລົງ ເຊິ່ງ​ຈະ​ຕັດ​ຮອນ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ການ​ເຕີບ​ໂຕ​ເສ​ດ​ຖະ​ກິດ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ