ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຮັບ​ຟັງ​ການ​ແນະນຳ​ຮ່າງ​ກົດໝາຍ​​ກວດກາ​ລັດຖະບານ​ຈາກ​ຄະນະ​ປະຈຳ​ສະພາ
2018-03-13 16:19:11  cri 

ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ໄດ້​ຈັດ​ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງທີ 4 ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າວັນ​ທີ 13 ມີນາ​ນີ້ ​ໂດຍ​ຮັບ​ຟັງ​ການ​ແນະນຳຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກວດກາ​ລັດຖະບານ​ຈາກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ.

​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 12, ທ່ານຫຼີຈ້ຽນ​ໂກວ໋ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຊຸດ​ທີ 12  ​ໄດ້​​ແນະນຳ​ຮ່າງກົດໝາຍ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ: ວຽກ​ງານ​ການ​ສ້າງ​ກົດໝາຍ​ວ່າດ້ວຍ​ການ​ກວດກາ​ລັດຖະບານ ​ໄດ້​ເຄົາລົບ​ແນວ​ຄວາມນິດ​ແລະຫຼັກການ​ດັ່ງ​ນີ້: ໜຶ່ງ, ຍຶດໝັ້ນທິດ​ທາງ​ການ​ເມືອງ​ທີ່​ຖືກຕ້ອງ; ສອງ, ຍຶດໝັ້ນຮັກສາການ​ເປັນ​ເອກະ​ພາບ​ກັນ​ກັບການ​ປັບປຸງ​ລັດຖະທຳ​ມະນູນ; ສາມ, ຍຶດໝັ້ນ​ທິດ​ທາງ​ແກ້​ໄຂ​ບັນຫາ​ ​ແລະ ສີ່, ຍຶດໝັ້ນການ​ສ້າງ​ກົດໝາຍ​ຕາມຫຼັກວິທະຍາສາດ, ປະຊາທິປະ​ໄຕ ​ແລະ ຕາມ​ກົດໝາຍ.

ທ່ານຫຼີຈ້ຽນ​ໂກວ໋ ກ່າວ​ຕື່ມ​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກວດກາ​ລັດຖະບານ ​ໄດ້​ແບ່ງ​ອອກ​ເປັນ 9 ໝວດ ລວມທັງຫຼັກການ​ທົ່ວ​ໄປ, ອົງການ​ກວດກາ​ລັດຖະບານ ​ແລະ​ໜ້າ​ທີ່​ຮັບຜິດຊອບ, ຂອບ​ເຂດການ​ກວດກາ​, ອຳນາດ​ການຄອບ​ຄອງ​ແລະ​ກວດກາ, ລະບຽບ​ການ​ກວດກາ, ການ​ຮ່ວມ​ມື​ສາກົນ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​ຕິດຕາມກວດກາອົງການ​ແລະ​ເຈົ້າໜ້າ​ທີ່​ກວດກາ, ຄວາມຮັບຜິດຊອບ​ທາງ​ດ້ານ​ກົດໝາຍ ​ແລະ ອະນຸມາດ​ຕາ​ຜະໜວກ​ທ້າຍ ລວມທັງ​ໝົດ​ມີ 69 ມາດຕາ ​ແລະ​ກວມ​ເອົາ​ເນື້ອ​ໃນ 7 ດ້ານ: ໜຶ່ງ, ກຳນົດ​ແນວ​ຄິດ​ຊີ້​ນຳ ​ແລະ ​ໂຄງ​ປະກອບການ​ນຳພາວຽກ​ງານ​ກວດກາ​ຢ່າງ​ຈະ​ແຈ້ງ; ສອງ, ກຳນົດຫຼັກການ​ແລະທິດ​ທາງວຽກ​ງານ​ກວດກາ​ຢ່າງ​ຈະ​ແຈ້ງ; ສາມ, ກຳນົດ​ການ​ຈັດຕັ້ງ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ກວດກາຢ່າງ​ຈະ​ແຈ້ງ; ສີ່, ການ​ກວດກາ​ຈະ​ກວມ​ເອົາພະນັກງານ​ລັດ​ທີ່​ໃຊ້​ສິດ​ອຳນາດ​ຂອງ​ລັດ​ນັ້ນທັງ​ໝົດ; ຫ້າ, ມອບ​ອຳນາດ​ໃຫ້​ອົງການ​ກວດກາ​ຕາມ​ສົມຄວນ; ຫົກ, ປະຕິບັດ​ຕາມ​ລະບຽບ​ການ​ກວດກາ​ຢ່າງ​ເຂັ້ມງວດ ​ແລະ ​ເຈັດ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຕໍ່​ອົງການ​​ແລະ​ພະນັກງານ​ກວດກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ