ໄທຈະ​ຈັດ​ເທດສະການ​ວ່າວ​ສາກົນ
2018-03-13 16:31:19  cri 

ໜັງສືພິມ "ຢູນີ​ເວີ​ເຊ​ວ ​ເດ​ລີ​ນິວ" ຂອງ​ໄທລາຍ​ງານ​ວ່າ: ຫົວໜ້າ​ຫ້ອງການອົງການ​ທ່ອງ​ທ່ຽວ​ປະຈຳ​ແຂວງ​ປະຈວບ​ຄີຣີຂັນ ​ໄດ້​ຢືນຢັນ​ໃນ​ວັນ​ທີ 11 ມີນາ​ນີ້​ວ່າ: ຫ້ອງການຕົນ​ຈະ​ຈັດ​​ເທດສະການ​ວ່າວສາກົນ ຢູ່​ສວນສາທາລະນະ​ປ່າລະດັບ​ຊາດຣາຊະ​ພັດ ມະຫາວິທະຍາ​ໄລຣາຊະພັດ​ຈັນທະ​ກະ​ເສມ ​ເມືອງ​ຫົວ​ຫີນ ​ແຕ່​ວັນ​ທີ 23-25 ມີນາ​ນີ້ ​ແລະ​ເມື່ອ​ຮອດ​ເວລານັ້ນ, ປະຊາຊົນ​ຈະ​ໄດ້​ຊົມ​ວ່າວ​ເຖິງ 100 ກວ່າ​ຊະນິດ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ຄາດ​ວ່າ​ຈະ​ມີ​ 20 ກວ່າທີ​ມຈາກ 14 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າຮ່ວມ​ກິດຈະກຳ​ດັ່ງກ່າວ ​ໂດຍ​ໃນ​ກິດຈະກຳ​ຈະ​ມີ​ວ່າວ​ເປັນ​ຮູບ​ຕົວ​ບຸກຄົນ​ກາ​ຕຸ​ນ ​ແລະ​ອື່ນໆ ລວມມີ 100 ກວ່າ​ຊະນິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ