ບຸນ​ກຸດ​ຈີນ​ປີ 2018 ສິ້ນ​ສຸດ​ລົງ, ໃນ​ທົ່ວ​ປະ​ເທດ​ຈີນສາ​ມາດ​ຂົນສົ່ງ​ຜູ້​ໂດຍ​ສານ​ໄດ້ 2 ຕື້ 970 ລ້ານ​ເທື່ອ​ຄົນ
2018-03-13 16:58:53  cri 
ໄລ​ຍະ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຍາມ​ບຸນ​ກຸດ​ຈີນ​ປີ 2018 ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 12 ມີ​ນາ​ນີ້. ກະ​ຊວງ​ຂົນ​ສົ່ງ​ແລະ​ຄົມ​ມະ​ນາ​ຄົມຈີນ​ເປີດ​ເ​ຜີຍ​ວ່າ, ໃນ​ໄລ​ຍະ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຍາມ​ບຸນ​ກຸດ​ຈີນ​ທີ່​ເປັນ​ເວ​ລາ 40 ວັນ, ທົ່ວ​ປະ​ເທດ​ຈີນ​ສາ​ມາດ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້ປະ​ມານ 2 ຕື້ 970 ລ້ານ​ເທື່ອ​ຄົນ, ​ທຽບ​ໃສ່​ປີ​ຜ່ານ​ມາ​ແມ່ນ​ເທົ່າ​ກັນ.

ກະ​ຊວງ​ຂົນ​ສົ່ງ​ແລະ​ຄົມ​ມະ​ນາ​ຄົມ​ຈີນ​ກ່າວ​ວ່າ, ໃນ​ໄລ​ຍະ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້, ຄວາມ​ສາ​ມາດ​ການ​ຂົນ​ສົ່ງ​​ທົ່ວ​ປະ​ເທດ​​ເໝາະ​ກັບ​ຄວາມ​ຕ້ອງ​ການ​ໂດຍລວມ, ບັນ​ຫາຊື້​ປີ້​ຍາກໄດ້​ຜ່ອນ​ຄາຍ​ລົງ​ຕື່ມ​ອີກ, ການ​ຂົນ​ສົ່ງ​ວັດ​ສະ​ດຸ​ສຳ​ຄັນ​ເຊັ່ນ​ຖ່ານ​ຫີນ, ອາຍ​ແກັ​ສ​ທຳ​ມະ​ຊາດ, ​ຊີ້ນສັດ​, ຜັກ​ແລະ​ອື່ນໆ​​ເປັນ​ລະ​ບຽບ​ດີ. ຜົນ​ການ​​ສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ໂດຍ​ສານ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ມີ 74,8% ມີ​ຄວາມ​ພໍ​ໃຈ​ຫຼື​ເຫັນ​ວ່າ​ດີກວ່າ​ສະ​ພາບ​ການ​ໃນ​ປີ​ຜ່ານ​ມາ, ​ແລະອັດ​ຕາ​ສ່ວນ​ດັ່ງ​ກ່າວ​ສູງກວ່າ​ປີ​ຜ່ານ​ມາ 3,8%.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ