ປີ 2022 ຣັດ​ເຊຍ​ຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ
2018-03-13 17:03:47  cri 
ທ່ານວ​ຣາ​ດິ​ເມຍ ປູຕິນ, ປະ​ທານ​າ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 12 ​ມີ​ນາ​ນີ້​ວ່າ, ຄາດ​ວ່າ​ປີ 2022 ຣັດ​ເຊຍ​ຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ.

ໃນ​ກອງ​ປ​ະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ຜະ​ລິດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທົ່ວ​ປະ​ເທດ​ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ພາກ​ໃຕ້​ຂອງ​ຣັດ​ເຊຍ​ໃນ​ວັນ​ທີ 12 ມີ​ນາ​ນີ້, ທ່ານ​ປູ​ຕິນ​ກ່າວ​ວ່າ, ທຽບ​ໃສ່​ປີ 2000, ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອາ​ຫານ​ຂອງ​ຣັດ​ເຊຍ​ໃນ​ປີ 2017 ໄດ້​ເພີ່ມ​ຂຶ້ນ 15 ເທົ່າ.

ທ່ານ​ປູ​ຕິນ​ກ່າວ​ຕື່ມ​ວ່າ, ຄາດ​ວ່າ​ມູນ​ຄ່າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ປະ​ເທດ​ຕົນ​ຈະ​ຫຼາຍກວ່າ​ມູນ​ຄ່າ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃນ​ປີ 2022, ແລະຈະ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອ​ກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ.
ຕົວ​ເລກ​ທີ່​ກະ​ຊວງ​ກະ​ສິ​ກຳ​ຣັດ​ເຊຍ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມູນ​ຄ່າ​​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອ​າ​ຫານ​ຂອງ​ຣັດ​ເຊຍ​ໃນ​ປີ 2017 ຫຼາຍກວ່າ 20 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ