ຮ້ານ​ຂາຍ​ປຶ້ມທີ່​ບໍ່​ມີ​ຜູ້​ເຝົ້າຕະ​ຫຼອດ​ 24 ຊົ່ວ​ໂມງ​ແຫ່ງ​ທຳ​ອິດ​ຂອງ​ປັກ​ກິ່ງ​
2018-03-13 17:36:19  cri 

 

"ຮ້ານ​ຂາຍ​ປຶ້ມ​ສະ​ມັດ​ທີ່​ບໍ່​ມີ​ຜູ້​ເຝົ້າ​​ຕະ​ຫຼອດ 24 ຊົ່ວ​ໂມງ-ຊີ​ວິດ​ຊິນ​ຮ​ວາ" ຕັ້ງ​ຢູ່​ຕຶກ​ຂາຍ​ປຶ້ມ​ສາ​ກົນ​ປັກ​ກິ່ງ, ກວມ​ເນື້ອ​ທີ່ 30 ຕາ​ແມັດ, ແມ່ນ​ຮ້ານ​ຂາຍ​ປຶ້ມ​ສະ​ມັດ​ທີ່​ບໍ່​ມີ​ຜູ້​ເຝົ້າ​​ຕະ​ຫຼອດ 24 ຊົ່ວ​ໂມງ​ແຫ່ງ​ທຳ​ອິດ​ຂອງ​ປັກ​ກິ່ງ. ​ຜູ້​ບໍ​ລິ​ໂພກ​ຈະ​ເຂົ້າ​ປະ​ຕູ​ຕ້ອງ​ຜ່ານ​ການ​ສະ​ເກນ​ໜ້າ​ຫຼື QR code, ເລືອກ​ປຶ້ມ​ແລະ​ຈ່າຍ​ເງິນ​ໂດຍ​ຜ່ານ​ຫຸ່ນ​ຍົນ, ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ບໍ່​ມີ​ຜູ້​ເຝົ້າ​ເລີຍ. ​ຜູ້​ຮັບ​ຜິດ​ຊອບ​ຂອງ​ຮ້ານ​ຂາຍ​ປຶ້ມ​ດັ່ງ​ກ່າວ​ແນະ​ນຳ​ວ່າ, ເລີ່ມ​ແຕ່​ຮ້ານ​ນີ້​ເປີດ​ບໍ​ລິ​ການ​ເມື່ອ​ວັນ​ທີ 12 ມັງ​ກອນ​ມາ​ນີ້, ໄດ້​ຕ້ອນ​ຮັບ​ລູກ​ຄ້າ​ຫຼາຍ​ຮ້ອຍ​ຄົນ​ແລ້ວ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ