​ອາຍຸ​ແກ່​ຊະລາ​ຂອງ​ຈີນ​ແມ່ນ​ໄວ​ທີ່ສຸດ​ໃນ​ໂລກ ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຈະຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ສູງ​ອາຍຸ
2018-03-13 11:16:36  cri 
ທ່ານ​ເຈີ້​ງກົ່ງ​ເຊີງ ສະມາຊິກ​ກຳມາ​ທິການ​ວຽວກັງານ​ພາຍ​ໃນ ​ແລະ​ຍຸຕິ​ທຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າວCRI​ໃນວັນ​ທີ 12 ມີນາ​ນີ້​ວ່າ: ຈັງຫວະ​ອາຍຸ​ແກ່ຊະລາ​ຂອງ​ຈີນ​ແມ່ນ​ໄວ​ທີ່​ສຸດ​ໃນ​​ໂລກ. ຕາມ​ການ​ຕິດຕາມ, ກວດກາ, ​ປະຕິບັດ​ກົດ​ໝາຍ ​ແລະ​ການ​ສຳ​ຫຼວດຫົວ​ຂໍ້​ສະ​ເພາະຢ່າງ​ເລິກ​ເຊິ່ງຂອງກຳມາ​ທິການ​ຕົນໃນ​ໄລຍະ 3 ປີຜ່າ​ນມາ, ຈຶ່ງ​ສາມາດ​ອອກ​ບົດ​ລາຍ​ງານ​ຫົວ​ຂໍ້​ສະ​ເພາະ​ຫຼາຍ​ສະດັບ ​ເຊິ່ງກວມ​ເອົາ​ການ​ພັດທະນາ​ບໍລິການ​ລ້ຽງ​ຊີບ​​ໃນ​ໄວ​ຊະລາ​ຢູ່​ໃນ​ເຮືອນ, ສະໜັບສະໜູນ​​ໃຫ້​ກຳລັງ​ສັງຄົມ​ເຂົ້າ​ຮ່ວມ​ການ​ບໍລິການ​ລ້ຽງຊີບ​ໃນ​ໄວ​ຊະລາ, ສົ່ງ​ເສີມການ​ປິ່ນປົວ ​ແລະ​ການ​ລ້ຽງ​ຊີບ​ໃນ​ໄວ​ຊະລາ​ໃຫ້​ປະສານ​ສົມທົບ​ກັນ, ສ້າງ​ລະບົບ​ການ​ປະກັນ​ໄພການ​ດູ​ແລ​ໃນ​ໄລຍະ​ຍາວ, ​ເລັ່ງລັດ​ຍົກ​ລະດັບ​ບຸກຄະລາ​ກອນ​ບໍລິການ​ລ້ຽງ​ຊີບ​ໃນ​ໄວ​ຊະລາ ​ແລະ​ອື່ນໆ. ມາດ​ຕະການ​ດັ່ງກ່າວ​ໄດ້​​ເສີມ​ຂະຫຍາຍ​ບົດບາ​ດທີ່​ສຳຄັນ​​ໃນ​ການ​ຊຸກຍູ້​ການຈັດ​ຕັ້ງ​ປະຕິ​ບັດ​ຮອບດ້ານ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາສິດຜົນປະ​ໂຫຍ​ດຂອງຜູ້​ສູງ​ອາຍຸ ​ແລະ​ການ​ປັບປຸງ​ລະບຽບການທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ