ຫຼວງ​ພະ​ບາງ​ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​​ເສັ້ນທາງ​ຫຼວງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກ່ວາ​ເກົ່າ
2018-03-13 16:03:20  cri 
ໜັງສືພິມ​ວຽງ​ຈັນ​ທາມ​ສສະບັບວັນ​ທີ 12 ມີນາ​ນີ້ລາຍ​ງານ​ວ່າ: ຫຼວງ​ພະ​ບາງວາງ​ແຜນການ​ສ້າງ​ເສັ້ນທາງ​ຫຼວງຫຼາຍ​ສາຍ​ຕິດ​ກັບ​​ແຂວງ​ໃກ້​ຄຽງ ​ເພື່ອອຳນວຍຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ. ປັດຈຸບັນ​ນີ້, ​ເສັ້ນທາງ​ລະຫວ່າງ​ແຂວງ​ຫຼວງ​ພະ​ບາງ ​ແລະ​ໄຊ​ຍະ​ບູລີ​ທີ່​ມີ​ຄວາມ​ຍາວ 90 ກີ​ໂລ​ແມັດ​ກຳລັງສ້ອມແປງ ​ແລະ​ເສັ້ນທາງ​ຈາກ​ເມືອງ​ຫົງ​ສາ​ໄປຫາ​ຊາ​ຍ​ແດນ​ໄທ​ທີ່​ມີ​ຄວາມ​ຍາວ 30 ກິໂລ​ແມັດ​ໄດ້​ສຳ​​ເລັດ​ແລ້ວ. ​ເຈົ້າ​ໜ້າ​ທີ່​​ແຂວງ​ຫຼວງ​ພະ​ບາງ​ກ່າວ​ວ່າ: ການຄົມ​ມະ​ນາ​ຄົມ​ທີ່​ມີ​ຄວາມ​ສະດວກ​ສະບາຍ​ມີ​ຄວາມ​ສຳຄັນ​ໃນ​ການພັ​ດທະ​ນາ​ການທ່ອງທ່ຽວ, ດັ່ງ​ນັ້ນ, ຫຼວງ​ພະ​ບາງ​ຈຶ່ງ​ມີແຜນການ​ສ້າງ​ເສັ້ນທາງ​ຫຼາຍ​ສາຍ​ເຊື່ອມ​ຈອດ​ກັນ​ ​ແລະ​​ເພີ່ມ​ຖ້ຽວບິນ​ຫຼາຍ​ກວ່າ​ເກົ່າ ​ເພື່ອ​ໃຫ້ຫຼວງ​ພະ​ບາງ​ເຊື່ອມ​​ໂຍງ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ​​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ