ການ​ດັດ​​ແກ້​ລັດຖະທຳ​ມະ​ນູນ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ
2018-03-13 17:02:30  cri 
ວັນ​ທີ 11 ມີນາ​ນີ້, ຕາມ​ການ​ລົງ​ຄະ​ແນນ​ສຽງ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ​ສາມ​ຂອງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ​ໄດ້​ຮັບຮອງ "​ແຜນການ​ດັດ​​ແກ້​ລັດຖະທຳ​ມະ​ນູນ ສປ ຈີນ". ທ່ານ​ຟຣັນ​ໂຄ ຟຣະຕີ​ນີ ປະທານ​ອົງການ​ຈັດ​ຕັ້ງ​ສາກົນ​ອີ​ຕາ​ລີ, ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ​ກ່າວ​​ໃນ​ການ​​ໃຫ້ສຳ​ພາດ​ວ່າ: ການ​ດັດ​ແກ້​ລັດຖະທຳ​ມະ​ນູນ​​ຈີນ​ໄດ້​ສະ​ແດງ​​ເຖິງ​ການ​ເບິ່ງ​ກວ້າງຍາວ​ໄກ​ຂອງ​ການ​ນຳ​ຈີນ ​ແລະ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ຊາດ.

ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ກໍ​ໄດ້​ດຶງ​ດູດ​ຄວາມ​ສົມ​ໃຈ​​ຂອງ​ວົງ​ການ​ການ​ຄ້າ​ອີ​ຕາ​ລີ. ທ່ານ​ຟີ​ລິບ​ໂປ ຟະ​ຊູ​ໂລ ​ເຈົ້າ​ໜ້າ​ທີ່ຂ​ອງສະ​ຖາ​ບັນ​ຄົ້ນຄວ້າ​ການ​ເມືອງ​ສາກົນ​ອີ​ຕາ​ລີ ​ແລະ​ສູນ​ຄົ້ນຄວ້າ​ວິ​ສາ​ຫະກິດ​ກອງ​ທຶນ​ອີ​ຕາ​ລີ-ຈີນ​ກ່າວ​ວ່າ: ​ແຜນການ​ດັດ​​ແກ້​ລັດຖະທຳ​ມະ​ນູນ​ຈີນ​ຈະ​ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ ​ແລະ​ຍືນ​ຍົງ​ຂອງ​ນະ​ໂຍບາຍ​ເສດຖະກິດ​ຈີນ ​ເຊິ່ງ​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ອີ​ຕາ​ລີຢ່າງ​ບໍ່​ຕ້ອງ​ສົ​ງ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ