ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ກວມ 18% ຂອງ​ການ​ສ້າງ​ກົດ​ໝາຍ​ທັງ​ໝົດ
2018-03-13 16:38:12  cri 
ວັນ​ທີ 12 ມີ​ນາ​ນີ້, ທ່ານ​ນາງ​ລຸຍ​ສາຍ​ເຊຍ ສະ​ມາ​ຊິກ​ກຳ​ມາ​ທິ​ການ​ຊັບ​ພະ​ຍາ​ກອນ ແລະ ​ສິ່ງ​ແວດ​ລ້ອມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ການ​​ສ້າງ​ກົດ​ໝາຍ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ມີ 18 ສະ​ບັບ​ແມ່ນ​ກົດ​ໝາຍ​ພົວ​ພັນ​ເຖິງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ແລະ ກວມ 18% ຂຶ້ນ​ໄປ​ຂອງ​ການ​ສ້າງ​ກົດ​ໝາຍ​ທັງ​ໝົດ.

ທ່ານ​ນາງ​ລຸຍ​ສາຍ​ເຊຍ​ກ່າວ​ວ່າ, ຄະ​ນະ​ປະ​ຈຳ​ສະ​ພ​າ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ລະ​ບຽບ​ການ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ ເຊິ່ງ​ຕົ້ນ​ຕໍ​ສ່ອງ​ແສງ​ເຖິງ 3 ດ້ານ​ດັ່ງ​ຕໍ່​ໄປ​ນີ້ ຄື: ໜຶ່ງ​ແມ່ນ​ຈຳ​ນວນ​ກົດ​ໝາຍ, ສອງ​ແມ່ນ​ຈຸດ​ຢືນ​ໃນ​ການ​​ສ້າງ​ກົດ​ໝາຍ ແລະ ສາມ​ແມ່ນ​ຮູບ​ແບບການ​ສ້າງ​ກົດ​ໝາຍ.​ທ່ານ​ນາງ​ລຸ​ຍ​ສາຍ​ເຊຍ​ກ່າວ​ຕື່ມ​ວ່າ, ວຽກ​ງານ​ນິ​ຕິ​ບັນ​ຍັດ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ຍິ່ງ​ເນັ້ນ​ໃສ່​ການ​ແກ້​ໄຂ​ບັນ​ຫາ ໂດຍ​ເນັ້ນ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ ເພື່ອ​ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ