ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ: ຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໃນ​ຍຸກ​ໃໝ່
2018-03-14 10:57:51  cri 

ວັນ​ທີ 13 ມີ​ນາ​ນີ້, ທ່ານ​ຮວງຊີ່​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ກ່າວ​ປາ​ຖະ​ກະ​ຖາ​ໃນ​ຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໃນ​ຍຸກ​ໃໝ່" ຢູ່​ສູນ​ຄົ້​ນ​ຄວ້າ​ຍຸດ​ທະ​ສາດ​ແລະ​ບັນ​ຫາ​ສາ​ກົນ​ອິນ​ໂດ​ເນ​ເຊຍ​ທີ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ຕາມ​ຄຳ​ເຊີນ.

ໃນ​ການ​ປາ​ຖະ​ກະ​ຖາ,ທ່ານ​ຮວງ​​ຊີ່ລຽນ​ຢືນ​ຢັນ​ວ່າ: ນ​ະ​ໂຍ​ບາຍ​ພື້ນ​ຖານ​ຂອງ​ຈີນ​ຕໍ່​ອາ​ຊຽນ​ໃນ​ຍຸກ​ໃໝ່​ສາ​ມາດ​ສະຫຼຸບ​ເປັນ​ຄຳ​ວ່າ ໜຶ່ງ​ບູ​ລິ​ມະ​ສິດ, ສອງກວ່າ​ເກົ່າ​ແລະ​ສາມ​ສະ​ໜັບ​ສະ​ໜູນ ຄື​ຈີນ​ຈະ​ກຳ​ນົດ​ເອົາອາ​ຊຽນ​ເປັນ​ທິດ​ທາງ​ບູ​ລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ​ຄື​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ; ສຸມ​ໃສ່​ຮ່ວມ​ກັບ​ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​, ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ; ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ສະ​ໜັບ​ສະ​ໜູນ​ອາ​ຊຽນ​ມີ​ຖາ​ນະ​ໃຈ​ກາງ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດຫຼາຍກວ່າ​ເກົ່າ​ໃນ​ວຽກ​ງານ​​ສາ​ກົນ​ແລະ​ພາກ​ພື້ນ.

ທ່ານ​ຮວງ​​ຊີ່ລຽນ​ເນັ້ນ​ວ່າ: ເນື່ອງ​ໃນ​ໂອ​ກາດ​ຈີນ-ອາ​ຊຽນ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ສາ​ຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ປະ​ສົບ​ຜົນ​ສຳ​ເລັດຫຼາຍ​ທີ່​ສຸດ​ແລະ​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ການ​ພົວ​ພັນ​ສອງ​ຝ່າຍ​ກຳ​ລັງ​ຂະ​ຫຍາຍ​ຕົວ​ຈາກ​ໄລ​ຍະ​ເຕີບ​ໃຫຍ່​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສົມ​ບູນ​ຢ່າງວ່ອງ​ໄວ, ໃນ​ຕໍ່​ໜ້າ​ ​ຈະ​ມີ​ໂອ​ກາດ​ພັດ​ທະ​ນາຫຼາຍກວ່າ​ເກົ່າ​ແລະ​ມີ​ຊ່ອງ​ທາງ​ການ​ຮ່ວມ​ມືກວ້າງ​ຂວາງກວ່າ​ເກົ່າ. ໃນ​ຍຸກ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ອາ​ຊຽນ​ຈະ​ມີ​ຄວາມ​ສຳ​ຄັນ​ຕໍ່​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ຈີນ​​ກໍຈະ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ກໍ​ຈະ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ແລະ​ກວ້າງ​ຂວາງ​ໃຫ້ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ