ຈີນ​ຈັດ​ກິດ​ຈະ​ກຳ​ນຳ​ສະ​ເໜີ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ອັງ​ກິດ
2018-03-14 15:48:06  cri 
ກະ​ຊວງ​ການ​ຄ້າ​ຈີນ​ແລະອົງ​ການ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ກິດ​ຈະ​ກຳ​ນຳ​ສະ​ເໜີ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ເບີ​ມິງ​ແຮມ ​ປະ​ເທດ​ອັງ​ກິດ​ໂດຍ​ແຂກ​ຜູ້​ມີ​ກຽດ​ຈາກວົງ​ການ​ການ​ເມືອງ​ແລະ​ການ​ຄ້າ​ອັງ​ກິດ​ເກືອບ 100 ທ່ານ​ເຂົ້າ​ຮ່ວມ.

ນັກ​ທຸ​ລະ​ກິດ​ອັງ​ກິດ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້ມີຄວາມ​ສົນ​ໃຈຫຼາຍ​ຕໍ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຄັ້ງ​ນີ້ ທັງ​ໄດ້​ມີ​ຄຳ​ຖາມ​ຕ່າງໆ​ກ່ຽວ​ກັບ​ເນື້ອ​ໃນ​ວາງ​ສະ​ແດງ, ນະ​ໂຍ​ບາຍ​ການ​ເຂົ້າ​ຮ່ວມ​ງານ​ແລະ​ການ​ບໍ​ລິ​ການ​ຂອງ​ງານ ແລະ​ຄະ​ນະ​ຜູ້​ແທນ​ຈີນ​ກໍ​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ລະ​ອຽດ.. ກິດ​ຈ​ະ​ກຳ​ນຳ​ສະ​ເໜີ​ຄັ້ງ​ນີ້​ໄດ້​ສິ້ນ​ສຸດ​ກ່ອນ​ເວ​ລາ​ກຳ​ນົດ, ບໍ​ລິ​ສັດ​​ຈາ​ກົວແລນ ໂຣ​ເວີ ອັງ​ກິດ​ແລະ​ຄະ​ນະ​ຜູ້​ແທນ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ ແລະ​ຢືນ​ຢັນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ​ຄັ້ງ​ທຳ​ອິດ​.

ງານ​ວາງ​ສະແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ຊ​ຽງ​ໄຮ ສ​ປ ຈີນ​ແຕ່​ວັນທີ 5 ຫາ 10 ພະ​ຈິກ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ