ສ້າງ​ຊ່ອງ​ທາງຮຽນຮູ້​ວັດທະນະທຳ​ຈີນ​ໃຫ້​ແກ່​​ຫົວໜ້າ​ສະມາຄົມ​ຈີນ​ຕ່າງ​ດ້າວ
2018-03-14 14:43:05  cri 

ທ່ານຫຼິວມູ້​ເຣິ໋ນ ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ເຂດ​ກວາງ​ຊີ, ປະທານ​ອົງການ​ສຳພັນ​ປະຊາທິປະ​ໄຕ​ເຂດ​ກວາງຊີຈີນ​ ​ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຄັ້ງທຳ​ອິດ​ຊຸດ​ທີ 13 ຢູ່​ນະຄອນຫຼວງປັກ​ກິ່ງ ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື ​CRI ວ່າ: ປັດຈຸບັນ, ຫົວໜ້າ​ສະມາຄົມ​ຈີນ​ຕ່າງ​ດ້າວ ​ແລະ ຜູ້ອຳນວຍການ​ ກໍ​ຄື ຄະນະ​ອຳນວຍ​ການໂຮງຮຽນ​​ຈີນຢູ່​ຕ່າງປະ​ເທດ​ບາງ​ທ່ານ ບໍ່​ຮູ້​ເວົ້າບໍ່​ຮູ້​ຂຽນ​ພາສາ​ຈີນ​ ດັ່ງນັ້ນ, ຈຶ່ງ​ຮີບ​ດ່ວນທີ່​ສຸດ​ໃນ​ການ​ສ້າງ​ຊ່ອງ​ທາງ​ຮຽນ​ພາສາ​ຈີນ ກໍ​ຄື ວັດທະນະທຳ​ຈີນ​ໃຫ້​ເຂົາ​ເຈົ້າ.

ທ່ານຫຼິວມູ້​ເຣິ໋ນ ກ່າວ​ວ່າ: ຄວນ​ໃຫ້ຄວາມ​ສຳຄັນ​ຕໍ່​ຄວາມ​ຕ້ອງການ​ຂອງ​ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ ​ແລະ ຈີນ​ຕ່າງ​ດ້າວ​ ​ເພື່ອແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ແກ່​ໂຮງຮຽນ​ຈີນ​ຢູ່​ຕ່າງປະ​ເທດ ​ ​ຖ້າອາ​ໄສ​ພຽງ​ແຕ່​​ຄວາມ​ສາມາດ​ຂອງ​ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ ກໍ​ມີ​ຄວາມ​ຫຍຸ້ງຍາກຫຼາຍ​ໃນ​ການຈັດຕັ້ງການ​ອົບຮົມ​ທີ່ມີ​ຈຸດ​ສຸມ ສະນັ້ນ, ຈຶ່ງ​ສະ​ເໜີ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ຈົ່ງ​ວາງ​ແຜນ​ອົບຮົມ​ໃຫ້​ບັນດາຫົວໜ້າສະມາຄົມ​ຈີນ​ຕ່າງ​ດ້າວ, ການ​ນຳ​ຄຸ້ມ​ຄອງ​ ​ແລະ​ຄູ​ສອນ​ຂອງໂຮງຮຽນ​ຈີນ​ ​ເພື່ອ​ສົ່ງ​ເສີມຜູ້​ສືບ​ທອດ​ວັດທະນະທຳ​ຈີນ​ຢູ່​ຕ່າງປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ