ປະທານາທິບໍດີ​ອາ​ເມ​ລິ​ກາ​ປະ​ກາດ​ປ່ຽນ​ລັດຖະມົນຕີ​ຕ່າງປະ​ເທດ
2018-03-14 14:44:12  cri 

ທ່ານ​ໂດ​ນັນ ທຣຳ ປະທານາທິບໍ​ດີ​ອາ​ເມ​ລິ​ກາ ປະກາດ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ: ຈະ​ສະ​ເໜີ​​ໃຫ້​ທ່ານ​ໄມ​ຄ໌ ​ພົມ​ເພວ ຫົວໜ້າອົງການ​ຂ່າວ​ລັບ​ສູນ​ກາງ​ ຫຼື CIA ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ໂດຍປ່ຽນ​ແທນ​ທ່ານ​ເຣັກ ຕີ​ເລີ​ເຊິ​ນ.

ທ່ານ​ໂດ​ນັນ ທຣຳ ​ໄດ້​ເປີດ​ເຜີຍ​ການ​ຕົກລົງ​ດັ່ງກ່າວ​ໂດຍ​ຜ່ານ​ສື່​ສັງຄົມ​ອອນ​ລາຍ ຫຼັງຈາກ​ນັ້ນ, ທ່ານ​ກໍ​ໄດ້​ລະບຸ​ໃນ​ຖະ​ແຫຼງການ​ສະບັບ​ໜຶ່ງ​ຂອງ​ທຳນຽບຂາວ​ວ່າ: ​ໃນ​ໜຶ່ງ​ປີ​ປາຍ​ຜ່ານ​ມາ, ຕົນ​ຮູ້​ທ່ານ​ພົມ​ເພວ ​ດີ​ສົມຄວນ ​ແລະ​ເຫັນ​ວ່າ​ທ່ານ​ເປັນ​ຜູ້​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ດີ​ໃນ​ປັດຈຸບັນ​ທີ່​ເປັນ "​ໄລຍະ​ສຳຄັນ​ທີ່​ສຸດ" ຕົນ​ຄອງ​ຄອຍ​ວ່າ ທ່ານ​ພົມ​ເພວ​ ຈະສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ປອດ​ນິວ​ເຄລຍຂອງ​ແຫຼມ​ເກົາຫຼີ. ຂະນະ​ດຽວ​ກັນ, ທ່ານ​ໂດນັນ ທຣຳ ກໍ​ສະ​ແດງ​ຄວາມ​ຂອບ​ໃ​ຈຕໍ່​ທ່ານ​ຕີ​ເລີ​ເຊິ​ນ ທີ່​ມີ​ການ​ປະກອບສ່ວນ​ໃນ​ໜຶ່ງ​ປີ​ປາຍ​ຜ່ານ​ມາ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ທ່ານ​ພົມ​ເພວ ຍັງ​ຕ້ອງ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ສະພາ​ສູງ​ແລ້ວ​ຈຶ່ງ​ສາມາດ​ເຂົ້າຮັບ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ