ຂະ​ແໜງ​ການ​ຜະລິດ​ສົ້ງ​ເສື້ອ​​ແລະ​ເກີບຂອງກຳປູ​ເຈຍສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ 7 ​ແສນ​ກວ່າຕຳ​ແໜ່​ງ
2018-03-14 14:45:58  cri 

ກະຊວງ​ແຮງ​ງານ​ແລະ​ການ​ອົບຮົມ​ວິຊາ​ຊີບ​ກຳປູ​ເຈຍ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 13 ມີນາ​ນີ້​ວ່າ: ຂະ​ແໜງ​ການ​ຜະລິດ​ເຄື່ອງນຸ່ງ​ສຳ​ເລັດ​ຮູບ ​ແລະ ​ເກີບ​ປະ​ເທດ​ຕົນ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ເຖິງ 770.000 ກວ່າ​ຕຳ​ແໜ່​ງ​ໃນ​ປີຜ່ານມາ.

ກຳປູ​ເຈຍ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ສົ່ງ​ອອກ​ເຄື່ອງນຸ່ງ​ສຳ​ເລັດ​ຮູບ​ທີ່​ສຳຄັນ​ຂອງ​ໂລກ ​ໃນ​ປີຜ່ານມາ, ​ໂຮງງານ​ຜະລິດ​ເຄື່ອງນຸ່ງ​ສຳ​ເລັດ​ຮູບ​ ​ແລະ ​ເກີບ​ໃນ​ທົ່ວ​ປະ​ເທດ​ມີ​ເຖິງ 1.154 ​ແຫ່ງ ​ເພີ່ມ​ຂຶ້ນ 4,25% ​ເມື່ອ​ທຽບ​ໃສ່​ປີ 2016 ​ແລະ ຜູ້​ມີ​ວຽກ​​ເຮັດງານທຳ​ໄດ້​ເພີ່ມ​ຂຶ້ນ 4,42% ​ເມື່ອ​ທຽບ​ໃສ່​ປີ 2016 ​ໃນ​ນີ້ກຳມະກອນ​ຍິງ​ມີ​ເຖິງ 640.000 ຄົນ.

ທ່ານ​ອິດ​ຊຳ​ເຮ​ງ ລັດຖະມົນຕີ​ກະຊວງ​ແຮງ​ງານ​ແລະ​ການ​ອົບຮົມ​ວິຊາ​ຊີບ​ກຳປູ​ເຈຍ ກ່າວ​ໃນ​ວັນ​ທີ 12 ມີນາ​ນີ້​ວ່າ: ​ໃນ​ 20 ປີ​ກ່ອນ, ທົ່ວ​ປະ​ເທດ​ກຳປູ​ເຈຍ​ມີ​ໂຮງງານ​ຜະລິດ​ເຄື່ອງນຸ່ງ​ສຳ​ເລັດ​ຮູບ​​ແລະ​ເກີບພຽງ​ແຕ່ 64 ​ແຫ່ງ​ເທົ່າ​ນັ້ນ, ມູນ​ຄ່າສົ່ງ​ອອກ​ແມ່ນ 200 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຜູ້​ປະກອບ​ອາຊີບ​ໃນ​ຂະ​ແໜງ​ການ​ດັ່ງກ່າວ​ມີ​ພຽງ​ແຕ່ 80.000 ຄົນ​ເທົ່າ​ນັ້ນ. ຂະນະ​ທີ່​ປັດຈຸບັນ, ກຳມະກອນ​​ໃນ​ທົ່ວ​ປະ​ເທດ​ໄດ້ປັບ​ຂຶ້ນ​ເງິນ​ເດືອນ 13 ​ເທື່ອ​ແລ້ວ ​ໂດຍ​​ເລີ່​ມຈາກ 30 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນໃນ​ເມື່ອກ່ອນ ​ເພີ່ມ​ຂຶ້ນ​ເປັນ 170 ​ໂດ​ລາ​ສະຫະລັດ​ໃນ​ປີ​ນີ້ ບວກ​ກັບ​ເງິນ​ອຸດ​ໜູນ​ອື່ນໆ​ແລ້ວ, ປັດຈຸບັນ ກຳມະກອນ​ມີລາຍ​ຮັບປະມານ 200 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ