ໃຊ້​ດອກ​ໄມ້​ແລະ​ຫຍ້າ​ມາ​ແຕ້ມ​ເປັນ​ຮູບ​ພາບ ​​ແລະ​ໄດ້ຮັບລາງວັນ​​ໃຫຍ່ສາກົນ
2018-03-14 15:52:14  cri 

ທ່ານ​​ເຄີຍເຫັນ​ການ​ໃຊ້​ດອກ​ໄມ້​ແລະ​ຕົ້ນຫຍ້າ​ມາ "​ແຕ້ມ" ​ເປັນ​ຮູບ​ພາບ "ຈິ໋ວຈ້າຍ​ໂກ່​ວ" ບໍ່? ນາງ ອູຣ້າງ ທີ່​ເກີດຫຼັງປີ 1990 ຢູ່​ນະຄອນ​ເສິງ​ຕູ່ ​ແຂວງ​ເສ​ສວນ ມີ​ສີມື​ເກັ່ງຫຼາຍ ​ໂດຍສາມາດ​ໃຊ້​ດອກ​ໄມ້​ແລະ​ຕົ້ນ​ຫຍ້າສ້າງ​ຮູບ​ພາບ "ໜອງຈິ້ງ​ຫູ" ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ແຫຼ່ງທ່ອງ​ທ່ຽວ "ຈິ໋ວຈ້າຍ​ໂກ່​ວ" ພາບ​ໜຶ່ງ ​ແລະ ​ໄດ້ຮັບລາງວັນ​ໃຫຍ່​ໃນ​ການ​ແຂ່ງຂັນ​ສິລະ​ປະ​ແນບ​ຫຍ້າ​ເປັນ​ຮູບ​ພາບ​ ທີ່​ຈັດ​ຂຶ້ນຢູ່ນະຄອນຟິລາ​ເດ​ວ​ເຟຍ ສະຫະລັດ​ອາ​ເມ​ລິ​ກາ​ໃນ​ເດືອນ​ມີນາ​ນີ້. ຮູບ​ພາບ "ໜອງຈິ້ງ​ຫູ" ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ງາມທີ່​ພາບ​ຕ່າງໆ​ພິມ​ລົງ​ໃສ່​ໜ້າ​ນ້ຳ​ຢູ່​ຮ່ອມ​ພູຈິ໋ວຈ້າຍ​ ​ໂດຍ​ໃຊ້ດອກ​ໄມ້​ແລະ​ຫຍ້າ​ທຳ​ມະ​ຊາດສ້າງເປັນຮູບ​ພາບ.

 



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ