ເສດຖະກິດ​ຈີນ​ໃນ​ປີນີ້​ມີ​ການ​ເລີ່​ມຕົ້ນທີ່​ດີ
2018-03-14 15:57:28  cri 

ທ່ານ​ໝາ​ວ​ເຊິ້ງຢົງ ​ໂຄສົກ​ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ ​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​ຈີນ​ໃນ​ວັນ​ທີ 14 ມີນາ​ນີ້​ວ່າ: ​ສອງເດືອນທຳ​ອິດ​ປີ​ນີ້, ​ເສດຖະກິດ​ຈີນສືບ​ຕໍ່​ມີ​ຈັງຫວະ​ພັດທະນາ​ທີ່​ດີ​ໃນ​ສະພາບທີ່​ໝັ້ນທ່ຽງ ຈຶ່ງ​ເຫັນວ່າ​ເປັນ​ການ​ເລີ່​ມຕົ້ນທີ່​ດີ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ ​ຂໍ້​ມູນ​ທາງ​ການ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການຍົກ​ລະດັບ​ການ​ບໍລິ​ໂພ​ກມີ​ບົດບາດນຳ​ພາ​ຕໍ່​ເສດຖະກິດ​ຈີນ​ເພີ່ມ​ຂຶ້ນ​ເລື້ອຍໆ ​ໂດຍ​ສອງ​ເດືອນ​ທຳ​ອິດ​ປີ​ນີ້, ຍອດມູນ​ຄ່າ​ຂາຍຍ່ອຍ​ເຄື່ອງ​ອຸປະ​ໂພ​ກ​ບໍລິ​ໂພ​ກ​ໃນ​ສັງຄົມ​ບັນລຸ​ເຖິງ 6.108 ຕື້ 200 ລ້ານ​ຢວນ ​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​, ຈັງຫວະການ​ເຕີບ​ໂຕ​ໄວ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ 0,2 ຈຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ