ອົງການ​​ເກືອດຫ້າມ​ອາວຸດ​ເຄມີ​ຊົມ​ເຊີຍ​ອີຣັກທຳລາຍ​ອາວຸດ​ເຄມີ
2018-03-14 16:19:28  cri 
ວັນ​ທີ 13 ມີນາ​ນີ້, ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ທີ່​ຕັ້ງ​ຢູ່​​ແຂວງ​​ເດນຮາກ​ປະ​ເທດໂຮ​ນລັງ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ທ່ານ​ອາ​ເມດ ອູມຊູ​ກູ ​ເຈົ້າ​ໜ້າ​ທີ່​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ອີຣັກທີ່​ທຳ​ລາຍ​ອາວຸດ​ເຄມີ​ຢ່າງ​ຮອບດ້ານ.

​ໃນ​ມື້​ດຽວ​ກັນ, ທ່ານ​ອູມຊູ​ກູ​ໄດ້​ພົບ​ປະກັບ​ຄະນະ​ຜູ້​ແທນ​ລັດ​ຖະບານ​ອີຣັກ ​ແລະ​ກ່າວ​ວ່າ: ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ໝາກຜົນ​ທີ່ພົ້ນ​ເດັ່ນ​ຂອງ​ລັດຖະບານ​ອີຣັກທີ່​ພະຍາຍາມ​ໃນ​ການ​ປະຕິບັດພັນທະ​ທີ່​ກຳນົດ​​ໄວ້​ໃນ​ສັນຍາ​​ເກືອດຫ້າມ​ອາວຸດ​ເຄມີ ​ແລະ​ຮັບປະກັນການ​ທຳລາຍ​ອາວຸດ​ເຄມີ​ຢ່າງຮອບດ້ານ.

ຖ​ະ​ແຫຼ​ງການ​ຢືນ​ຢັ້ນວ່າ: ​ສິ່ງ​ກໍ່ສ້າງ​ໃນ​ການ​ຜະລິດ​ອາວຸດ​ເຄມີ​ຈຳນວນ 4 ​ແຫ່ງ​ພາຍ​ໃນ​ປະ​ເທດ​ອີຣັກ​ໄດ້​ຖືກ​ທຳລາຍ​ຢ່າງຮອບດ້ານ ​ແລະ​​ອຸປະກອນ​ການ​ຜະລິດ​ອາວຸດ​ເຄມີ​​ໃນ​ສິ່ງ​ກໍ່ສ້າງ​ແຫ່ງ​ໜຶ່ງຈະ​ໄດ້​ຮັບການ​ສ້ອມ​ແປງ ​ແລະ​ນຳ​ໃຊ້​​ໃນ​ຂົງ​ເຂດ​ອື່ນໆ​ທີ່​ອະນຸຍາດ​ໂດຍ​ສັນຍາ​ເກືອດ​ຫ້າມ​ອາວຸດ​ເຄມີ, ​ແລ້ວ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ​ຈະ​​ເປັນ​ຜູ້ດຳ​ເນີນ​ການ​ກວດກາ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ